ແມັກຊີໂກກາຍເປັນປະເທດອາເມລິກາລາຕິນທຳອິດເຂົ້າຮ່ວມ IEA

(VOVWORLD) -ແມັກຊີໂກ ໄດ້ເຂົ້າເປັນສະມາຊິກທີ 30 ຂອງອົງການພະລັງງານສາກົນ (IEA) ແລະ ແມ່ນປະເທດອາເມລິກາລາຕິນ ທຳອິດເຂົ້າເປັນສະມາຊິກຂອງອົງການນີ້
ແມັກຊີໂກກາຍເປັນປະເທດອາເມລິກາລາຕິນທຳອິດເຂົ້າຮ່ວມ IEA - ảnh 1 (ພາບປະກອບ: TTXVN)

ພາຍຫຼັງສະພາສູງ ແມັກຊີໂກໄດ້ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາທີ່ມີຊື່ວ່າ “ໂຄງການພະລັງງານສາກົນ” ຢ່າງເປັນທາງການ. ທ່ານລັດຖະມົນຕີກະຊວງພະລັງງານ ແມັກຊີໂກ Pedro Joaquin Coldwell ໃຫ້ຮູ້ວ່າ, ເລື່ອງ ແມັກຊີໂກ ເຂົ້າເປັນສະມາຊິກຂອງ IEA ແມ່ນພື້ນຖານຂອງຍຸດທະສາດຫັນຂະແໜງພະລັງງານເປັນທັນສະໄໝ, ລວມທັງການເປີດປະຕູ, ຊຸກຍູ້ການຮ່ວມມືກັບບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນ ແລະ ບັນດານັກຜະລິດພະລັງງານແຖວໜ້າຂອງພາກພື້ນອາເມລິກາລາຕິນ, ອາຊີ ແລະ ອາຟະລິກກາ ຢ່າງເລິກເຊິ່ງກວ່າ, ມຸ່ງໄປເຖິງການສ້າງພື້ນຖານເສດຖະກິດທີ່ປອດໄພ, ໝັ້ນຄົງ, ກໍ່ຄືຍຸດທະສາດການນຳໃຊ້ພະລັງງານຢ່າງເໝາະສົມ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ