ແມ່ຍິງ ຫວຽດນາມ ອາໄສຢູ່ຕ່າງປະເທດມີພາລະບົດບາດສຳຄັນໃນການປົກປັກຮັກສາສີສັນວັດທະນາະທຳຂອງຊາດ

ແມ່ຍິງ ຫວຽດນາມ ອາໄສຢູ່ຕ່າງປະເທດມີພາລະບົດບາດສຳຄັນໃນການປົກປັກຮັກສາສີສັນວັດທະນາະທຳຂອງຊາດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ແມ່ຍິງ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະເທດ
(ພາບ: Nguyễn Khang/TTXVN)


(vovworld) - ນັນ​ແມ່ນ​ຄຳຢັ້ງຢືນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ທີ່ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ແມ່ຍິງ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະເທດເນື່ອງໃນໂອກາດຄະນະດັ່ງກ່າວກັບເມືອປະເທດເຂົ້າຮ່ວມ

ກອງ​ປະ​ຊຸມ​ ​ແມ່ຍິງ​ ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ຄັ້ງທຳອິດ​ໃນ​ຕອນ​ບ່າຍ​ວັນ​ທີ 20/11.

  ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຕີລາຄາ​ສູງຂໍ້​ລິ​ເລີ່​ມຈັດຕັ້ງກອງ​ປະ​ຊຸມດັ່ງກ່າວ; ຖື​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ສ້າງ​ກາລະ​ໂອກາດ​ໃຫ້​ແກ່ ແມ່ຍິງ​ ຫວຽດນາມ​ອາ​ໄສ​ ຢູ່​ຕ່າງປະ​ເທດພົບ​ປະກັນ, ​ແບ່ງ​ປັນ​ບົດຮຽນ ​ແລະ ​ເຂົ້າ​ໃຈ​ກວ່າ​ກ່ຽວກັບ​ນະ​ໂຍບາຍ​ຂອງ​ພັກ ​ແລ​ະ ລັດ. ທ່ານ​ປະທານ​ປະ​ເທດຢືນຢັນ​ວ່າ ປະຊາ​ຄົມ​ຊາວ​ ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນພາກສ່ວນ​ທີ່​ບໍ່​ສາມາດ​ຕັດແຍກ​ອອກ​ຈາກ​ປະເທດ ຫວຽດນາມ ໄດ້, ​ໃນ​ນັ້ນ ​ແມ່ຍິງ ​ຫວຽດນາມ ​ອາ​ໄສຢູ່​ຕ່າງປະ​ເທດ​ມີ​​ບົດບາດ​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​, ເສີມຂະຫຍາຍ​ພາສາ, ມູນ​ເຊຶື້ອຂອງ​ຊົນ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ​ວ່າ ຄະນະຈັດຕັ້ງຕ້ອງ​ຖອດ​ຖອນ​ບົດຮຽນ​ເພື່ອ​ຈັດຕັ້ງກອງ​ປະ​ຊູ​ມປະຈຳປີ,ແນໃສ່ສີມຂະຫຍາຍຄວາມ​ມຸ່ງ​ມາດ​ປາດ​ຖະໜາຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່ມີຕໍ​່ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນພາລະກິດ​ຫັນ​​ເປັນປະ​ເທດອຸດສາຫະກຳ​ ​ແລະ ທັນ​ສະ​ໄໝ.



ຂ່າວ/ບົດ​ອື່ນ