ແລກ​ປ່​ຽນ​ບົດ​ຮຽ​ນ​ລະ​ຫວ່າງ​ນາ​ຍທ​ະ​ຫານ​ໜຸ່ມຫວຽດ​ນາມ - ສິງ​ກະ​ໂປ

(VOVWORLD) - . ທີ່ການໂອ້ລົມສົນທະນາ, ທ່ານພັນໂທ ເຈິນວຽດນັງ ໄດ້ສະເໜີໃຫ້ນາຍທະຫານໜຸ່ມຂອງກອງທັບສອງປະເທດເພີ່ມທະວີການໂຄສະນາ - ສຶກສາ,  ຄັດຄ້ານ, ຕໍ່ສູ້ເຮັດໃຫ້ທຸກໆກົນອຸບາຍ, ເລ່ລ່ຽມທີ່ແນໃສ່ແບ່ງແຍກການພົວພັນມິດຕະພາບລະຫວ່າງສອງປະເທດ, ສອງກອງທັບຖືກປະລາໄຊ.
ແລກ​ປ່​ຽນ​ບົດ​ຮຽ​ນ​ລະ​ຫວ່າງ​ນາ​ຍທ​ະ​ຫານ​ໜຸ່ມຫວຽດ​ນາມ - ສິງ​ກະ​ໂປ - ảnh 1ການໂອ້ລົມສົນທະນາ (ພາບ: bqp.com)

ຕອນບ່າຍວັນທີ 1 ກໍລະກົດ, ທ່ານພັນໂທ ເຈິນວຽດນັງ, ຫົວໜ້າຄະນະຊາວໜຸ່ມກອງທັບ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ແລະ ທ່ານ ພັນຕີ Tan You Rong, ຫົວໜ້ານາຍທະຫານໜຸ່ມກອງທັບສິງກະໂປ, ຮ່ວມເປັນປະທານການໂອ້ລົມສົນທະນາລະຫວ່າງ ນາຍທະຫານໜຸ່ມກອງທັບສອງປະເທດ. ທີ່ການໂອ້ລົມສົນທະນາ, ທ່ານພັນໂທ ເຈິນວຽດນັງ ໄດ້ສະເໜີໃຫ້ນາຍທະຫານໜຸ່ມຂອງກອງທັບສອງປະເທດເພີ່ມທະວີການໂຄສະນາ - ສຶກສາ,  ຄັດຄ້ານ, ຕໍ່ສູ້ເຮັດໃຫ້ທຸກໆກົນອຸບາຍ, ເລ່ລ່ຽມທີ່ແນໃສ່ແບ່ງແຍກການພົວພັນມິດຕະພາບລະຫວ່າງສອງປະເທດ, ສອງກອງທັບຖືກປະລາໄຊ. ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ນາຍທະຫານໜຸ່ມສອງປະເທດຈະສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາໃຫ້ແກ່ຖັນແຖວນາຍທະຫານໜຸ່ມ ແລະ ປະຊາຊົນສອງປະເທດກ່ຽວກັບຄວາມໝາຍ, ຄວາມສຳຄັນໃນການເພີ່ມທະວີການພົວພັນ “ຄູ່ຮ່ວມມືຍຸດທະສາດ”, ສືບຕໍ່ເປັນເສນາທິການສະເໜີໃຫ້ກະຊວງປ້ອງກັນປະເທດສອງປະເທດເພີ່ມທະວີການຮ່ວມມືໃນຂົງເຂດການບຳລຸງສ້າງ, ຝຶກອົບຮົມໃຫ້ແກ່ຖັນແຖວນາຍທະຫານໜຸ່ມໃນຂົງເຂດການເຄື່ອນໄຫວທີ່ຫຼາຍຮູບຫຼາຍແບບ.

ຕອບກັບ

ຂ່າວ/ບົດ​ອື່ນ