ແຫຼ່ງທຶນຈາກເອີລົບພວມລົງທຶນເຂົ້າຫວຽດນາມ

ແຫຼ່ງທຶນຈາກເອີລົບພວມລົງທຶນເຂົ້າຫວຽດນາມ - ảnh 1
ພາບປະກອບ

(vovworld) – ບັນ​ດາ​ນັກ​ລົງທຶນ​ພວມ​ທ້ອນ​ໂຮມ​ທຶນ​ຂອງ​ເຂົາ​​ເຈົ້າຈາກ ​ເກຼກ, ອີ​ຕາ​ລີ, ​ແອດ​ປາຍ ​ແລະ ບັນດາ​ປະ​ເທດ​ສະຫະພາບ ​ເອີ​ລົບ (ຫຼື ອີ​ຢູ) ອື່ນໆ. ​ເພື່ອ​ຫັນ​ມາ​ລົງທຶນ​ຢູ່​ຫວຽດນາມ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ບັນດາ​ນັກ​ຊ່ຽວຊານ​ທາງ​ວິທະຍຸກະຈາຍສຽງ​ລັດ​ເຊຍ ​ເມື່ອ​ວັນ​ທີ 14/3. ວົງ​ການ​ນັກຊ່ຽວຊານ​ໃຫ້​ຂໍ້​ສັງ​ເກດວ່າ: ປັດ​​ໄຈ​ສຳຄັນ​ທີ່​ພາ​ໃຫ້ບັນດາ​ນັກ​ລົງທຶນ​ຕັດສິນ​ລົງທຶນ​ເຂົ້າ​ຫວຽດນາມ ນັ້ນ​ແມ່ນ​ຄວາມມີ​ສະຖຽນ​ລະ​ພາບ​ດ້ານການ​ເມືອງ ​ແລະ ສັງຄົມ. ​ລະດັບ​ຄອງ​ຊີບ​ຂອງ​ຫວຽດນາມ ​ໃນ​ປີ​ກາຍ​ແມ່ນ​ຍືນ​ອັນ​ດັບ 61 ​ໃນ​ຕາຕະລາງ​ຈັດ​ອັນ​ດັບ​ອິດ​ທິພົນ ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເອກະລາດ Legatum Institute ສ້າງ​ຂຶ້ນ, ໝາຍ​ຄວາມ​ວ່າ​​​ໃນ​ເວລາ 1 ປີ​ໄດ້​ຍົກ​ຂຶ້ນ 16 ຂັ້ນ. ຕາມ​ການ​ຕີ​ລາຄາ​ຂອງ Bloomberg ​ແລ້ວ, ​ພື້ນຖານ​ເສດຖະກິດ​ຫວຽດນາມ​ໃນ​ອະນາຄົດ​ອາດ​ຈະ​ຍືນ​ອັນ​ດັບ 3 ​ຢູ່​ພາກ​ພື້ນ​ອາຊີ, ​ພຽງ​ແຕ່​ຖັດຈາກ ຈີນ ​ແລະ ອິນ​ເດຍ. ບັນດາ​ນັກ​ຊ່ຽວຊານ​ຖື​ວ່າ: ຄ່າ​ແຮງ​ງານ​​ຖືກ ​ແລະ ອຸດົມສົມ​ບຸນ​ຂອງ​ຫວຽດນາມ ແມ່ນການດຶງ​ດູດ​ບໍລິສັດ​ນາໆ​ຊາດ​​ທີ່​ພວມ​ຊອກ​ຫາ​ມາດ​ຕະການ​ທົດແທນ​​ໃຫ້​ຄ່າ​ໃຊ້​ຈ່າຍ​ທີ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ຈີນ.

ຂ່າວ/ບົດ​ອື່ນ