ແອັດສປາຍແລະອີຕາລີຊ່ວຍເຫຼືອຊາວອົບພະຍົບນັບຮ້ອຍຄົນພວມເດີນທະເລ
ແອັດສປາຍແລະອີຕາລີຊ່ວຍເຫຼືອ
ຊາວອົບພະຍົບນັບຮ້ອຍຄົນພວມເດີນທະເລ
(ພາບ: AFP/TTXVN)
(vovworld) – ວັນທີ 11/10, ກຳລັງປ້ອງກັນຝັ່ງທະເລອີຕາລີ ແລະ ແອັດສປາຍ ໄດ້ຊ່ວຍກູ້ຊີບຊາວອົບພະຍົບ 523 ຄົນ ພວມເດີນທະເລດ້ວຍເຮືອ, ຫ່າງຈາກຝັ່ງທະເລ Tripoli, ຂອງຊີຣີ ປະມານ 25 ໄມທະເລ. ບັນດາຊາວອົບພະຍົບນີ້ພວມເດີນທາງຈາກລີບີ ຜ່ານທະເລເຖິງອີຕາລີ. ກຳລັງປ້ອງກັນຝັ່ງທະເລແອັດສປາຍ ໃຫ້ຮູ້ວ່າ, ໃນຈຳນວນຊາວອົບພະຍົບ 523 ຄົນໄດ້ຊ່ວຍກູ້ຊີບມີຜູ້ຊາຍ 376 ຄົນ, ຜູ້ຍິງ 125 ຄົນ ແລະ ເດັກນ້ອຍ 22 ຄົນ, ໂດຍຖືສັນຊາດແຕກຕ່າງກັນ.
ແລະກໍໃນວັນດຽວກັນ, ບັນດາເຈົ້າໜ້າທີ່ການແພດ ແລະ ປ້ອງກັນຄວາມສະຫງົບອີຍິບ ໃຫ້ຮູ້ວ່າ, ມີຊາວອົບພະຍົບຈາກຊີຣີ ແລະ ອາຟະລິກາ 11 ຄົນຖືກຈົມນ້ຳຕາຍ, ເມື່ອເຮືອຂອງເຂົ້າເຈົ້າຖືກຈົມນ້ຳຢູ່ນອກທ່າກໍ່າປັ່ນ Baltim ຂອງປະເທດນີ້.