ແອັດສະປາຍ ເພີ່ມທະວີ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ກອງປະຊຸມ COP 25

(VOVWORLD) - ວັນທີ 01 ທັນວາ, ກະຊວງພາຍໃນ ແອັດສະປາຍ ໃຫ້ຮູ້ວ່າ: ປະເທດນີ້ໄດ້ລະດົມພາລະກອນປະຕິບັດກົດໝາຍກ່ວາ 5 ພັນຄົນ ເພືຶ່ອຮັບປະກັນຄວາມສະຫງົບປອດໄພໃຫ້ກອງປະຊຸມສະຫະປະຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 25 (COP 25), ເຊິ່ງດຳເນີນຢູ່ນະຄອນຫລວງ Madrid ແຕ່ວັນທີ 02 – 13 ທັນວາ ນີ້.

        ກຳລັງປ້ອງກັນຄວາມສະຫງົບຂຶ້ນກັບບັນດາກົມກອງຕຳຫລວດແຫ່ງຊາດ, ກຳລັງພິທັກສັກສາ, ຕຳຫລວດນະຄອນຫລວງ Madrid ແລະ ບັນດາເຈົ້າໜ້າທີ່ປະຕິບັດງານພິເສດສະຫະປະຊາຊາດ, ຈະຮັບປະກັນຄວາມສະຫງົບປອດໄພໃນໄລຍະດຳເນີນເຫດການດັ່ງກ່າວ. ນອກຈາກຫໍປະຊຸມ IFEMA, ສະຖານທີ່ຈັດຕັ້ງບັນດາການເຄື່ອນໄຫວຂອງ COP 25 ແລ້ວ, ພາລະກອນປ້ອງກັນຄວາມສະຫງົບຫລາຍຄົນກໍ່ມີໜ້າຢູ່ບັນດາໂຮງແຮມ ແລະ ສະໜາມບິນ. ແອັດສະປາຍ ກໍ່ເພີ່ມທະວີການກວດກາຄວາມປອດໄພຢູ່ຊາຍແດນນຳອີກ.

ຕອບກັບ

ຂ່າວ/ບົດ​ອື່ນ