ໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ 2023” ຈະເປີດກາລະໂອກາດຮ່ວມມື ແລະ ພົບປະແລກປ່ຽນລະຫວ່າງ 2 ປະເທດ

(VOVWORLD) - ໃນ 5 ວັນຈັດເຫດການຢູ່ແຂວງ ເທື່ອທຽນເຫ້ວ ແຕ່ວັນທີ 11 – 15 ພະຈິກ, ຈະຈັດຫຼາຍເຫດການມີຄວາມໝາຍໃຫຍ່ຫຼວງ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບສະໜິດແໜ້ນລະຫວ່າງປະຊາຊົນ 2 ປະເທດ
ໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ 2023” ຈະເປີດກາລະໂອກາດຮ່ວມມື ແລະ ພົບປະແລກປ່ຽນລະຫວ່າງ 2 ປະເທດ - ảnh 1(ທ່ານ ດິງຕຽນຢຸງ, ຮອງຫົວໜ້າກົມຖະແຫຼງຂ່າວການພົວພັນຕ່າງປະເທດ, ຮອງຫົວໜ້າຜູ້ປະຈຳການຄະນະຈັດຕັ້ງໂຄງການ)

        ດ້ວຍຄວາມຫວັງຢາກໂຄສະນາພາບພົດຂອງປະເທດ ຫວຽດນາມ ແຫ່ງການປ່ຽນແປງໃໝ່ ແລະ ພັດທະນາ, ຜ່ານນັ້ນ, ປັບປຸງນ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຈັດລາຍການ ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ 2023 ດ້ວຍຫົວຂໍ້ວ່າ: “ຖະແຫຼງຂ່າວ ແລະ ການສື່ສານ, ຈຸດພົ້ນເດັ່ນໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ລາວ”.

        ເມື່ອແບ່ງປັນທີ່ການຖະແຫຼງຂ່າວຈັດຂຶ້ນໃນຕອນບ່າຍວັນທີ 06 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ດິງຕຽນຢຸງ, ຮອງຫົວໜ້າກົມຖະແຫຼງຂ່າວການພົວພັນຕ່າງປະເທດ, ຮອງຫົວໜ້າຜູ້ປະຈຳການຄະນະຈັດຕັ້ງໂຄງການ, ໃຫ້ຮູ້ວ່າ: ໂຄງການດັ່ງກ່າວຈະຍູ້ແຮງການເຄື່ອນໄຫວຖະແຫຼງຂ່າວຕ່າງປະເທດດ້ວຍ 3 ເສົາຄ້ຳ:

   “ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດຖະແຫຼງຂ່າວ ແລະ ການສື່ສານ; ເພີ່ມທະວີການເຄື່ອນໄຫວລົງທຶນ, ສົ່ງເສີມການຄ້າ, ການທ່ອງທ່ຽວລະຫວ່າງ 2 ປະເທດ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມເວົ້າສະເພາະ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນຂອງ 2 ປະເທດ, ພິເສດແມ່ນປະຊາຊົນຢູ່ບັນດາແຂວງມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ”.

ໂຄງການ “ວັນບຸນໄມຕີຈິດມິດຕະພາບພິເສດ ຫວຽດນາມ - ລາວ 2023” ຈະເປີດກາລະໂອກາດຮ່ວມມື ແລະ ພົບປະແລກປ່ຽນລະຫວ່າງ 2 ປະເທດ - ảnh 2(ທ່ານ ຫງວຽນແທັງເລິມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ)

        ໃນ 5 ວັນຈັດເຫດການຢູ່ແຂວງ ເທື່ອທຽນເຫ້ວ ແຕ່ວັນທີ 11 – 15 ພະຈິກ, ຈະຈັດຫຼາຍເຫດການມີຄວາມໝາຍໃຫຍ່ຫຼວງ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບສະໜິດແໜ້ນລະຫວ່າງປະຊາຊົນ 2 ປະເທດ, ລວມມີ: ງານວາງສະແດງຮູບແບບກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ; ງານຕະຫຼາດນັດ - ວາງສະແດງດ້ວຍຮ້ານວາງສະແດງກວ່າ 50 ຮ້ານ, ເຊິ່ງໄດ້ຈັດຂຶ້ນດ້ວຍຈຸດພົ້ນເດັ່ນແມ່ນບັນດາຮ້ານວາງສະແດງຂອງສຳນັກຂ່າວສານ ຫວຽດນາມ, ໜັງສືພິມປະຊາຊົນ ຫວຽດນາມ, ວິທະຍຸກະຈາຍສຽງ ຫວຽດນາມ… ດ້ວຍຜະລິດຕະພັນສື່ມວນຊົນດ້ວຍພາສາ ລາວ ແລະ ຫວຽດນາມ. ນອກນັ້ນ, ຍັງຈັດການໂອ້ລົມສົນທະນາວິທະຍາສາດ ດ້ວຍຫົວຂໍ້ “ແງ່ຫວັງການຮ່ວມມືການສື່ສານ, ສື່ມວນຊົນ ຫວຽດນາມ - ລາວ: ສິ່ງທ້າທາຍ ແລະ ມາດຕະການແກ້ໄຂ”. ເມື່ອແບ່ງປັນກ່ຽວກັບຄວາມສາມາດບົ່ມຊ້ອນ ແລະ ໂອກາດຮ່ວມມືດ້ານສື່ສານລະຫວ່າງ 2 ປະເທດ, ທ່ານ ຫງວຽນແທັງເລິມ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ໃຫ້ຮູ້ວ່າ:

        “2 ປະເທດມີຫຼາຍຮູບແບບຮ່ວມມືບັນລຸຜົນສຳເລັດໃນຂົງເຂດນີ້. ການໂອ້ລົມສົນທະນາຈະເປີດໂອກາດຕື່ມອີກ ເພື່ອໃຫ້ 2 ຝ່າຍສືບຕໍ່ແລກປ່ຽນ, ຮ່ຳຮຽນເອົາບົດຮຽນ ແລະ ປຶກສາຫາລືກ່ຽວກັບບັນດາບັນຫາທີ່ 2 ຝ່າຍພ້ອມກັນປະສານສົນທົບກັນ ເພື່ອແກ້ໄຂບັນຫາຄຸ້ມຄອງສັງຄົມ ແລະ ສິ່ງທ້າທາຍທົ່ວໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ