ທ່ານ Dang Ngoc Tung ປະທານສະຫະພັນແຮງງານຫວຽດນາມ
(ພາບ: google.com.vn)
(vovwold) - ຕອນເຊົ້າວັນທີ 2/5, ຢູ່ຮ່າໂນ້ຍ, ສະຫະພັນແຮງງານຫວຽດນາມ ແລະ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ລົງນາມໃນໂຄງການສົມທົບກັນປະຕິບັດວຽກງານໄລຍະ 2012 – 2017. ຕາມນັ້ນແລ້ວ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະອົງການກຳມະບານທຸກຂັ້ນສົມທົບກັນຍົກສູງຊີວິດທາງດ້ານຈິດໃຈ ແລະ ຍູ້ແຮງການເຄື່ອນໄຫວປ້ອງກັນ, ຕ້ານໄພສັງຄົມ, ຢາເສບຕິດໃນໝູ່ສະມາຊິກຊາວໜຸ່ມ, ກຳມະກອນ, ຜູ້ອອກແຮງງານໜຸ່ມ, ຍູ້ແຮງວຽກງານໂຄສະນາ, ສຶກສາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ເບິ່ງແຍງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ສະມາຊິກຊາວໜຸ່ມ… ກ່າວຄວາມເຫັນນະພິທີລົງນາມ, ທ່ານ Dang Ngoc Tung ປະທານສະຫະພັນແຮງງານຫວຽດນາມ, ໃຫ້ຮູ້ວ່າ.
”ໃນໄລຍະ 2012-2017, ພວກເຮົາມອບໜ້າທີ່ໃຫ້ບັນດາຫົວໜ່ວຍທີ່ຂຶ້ນກັບສອງອົງການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖືກຕ້ອງກັບເນື້ອໃນຂອງໂຄງການທີ່ໄດ້ສົບທົບກັນ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງວຽກງານບຳລູງດ້ານວັດທະນະທຳ, ວິຊາສະເພາະ, ສີມືການຊ່າງໃຫ້ແກ່ຊາວໜຸ່ມກຳມະກອນ, ພິເສດແມ່ນກໍ່ສ້າງຊີວິດທາງດ້ານວັດທະນະທຳໃຫ້ແກ່ກຳມະກອນ ເພື່ອໃຫ້ເຂົາເຈົ້າມີສະຕິຄວາມຮູ້ກ່ຽວກັບໜ້າທີ່ຂອງຕົນ ເພື່ອປະກອບສ່ວນໃຫ້ແຕ່ລະອົງການ, ແຕ່ລະຫົວໜ່ວຍສຳເລັດໜ້າທີ່ຂອງຕົນ”