ໂຄສົກກະ​ຊວງການຕ່າງປະເທດຫວຽດນາມຕອບສໍາພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດຄັ້ງທີີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ

(VOVWORLD) -ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນວິວັດການສ້າງສັນຕິພາບ ແລະ ການປອດນິວເຄຼຍໃນແຫຼມເກົາຫຼີ.

ວັນທີ 28 ກຸມພາ, ເມື່ອຕອບສໍາພາດຕໍ່ນັກຂ່າວກ່ຽວກັບກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ ຮ່າໂນ້ຍ, ທ່ານນາງ ເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

          “ໃນສອງວັນທີ່ຜ່ານມາ, ຫວຽດນາມ ພ້ອມດ້ວຍປະຊາຄົມສາກົນ ໄດ້ຕິດຕາມຢ່າງໃກ້ຊິດການຜັນແປຂອງກອງປະຊຸມສຸດຍອດທີ່ສໍາຄັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຢູ່ຮ່າໂນ້ຍ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນວິວັດການສ້າງສັນຕິພາບ ແລະ ການປອດນິວເຄຼຍໃນແຫຼມເກົາຫຼີ

ໂຄສົກກະ​ຊວງການຕ່າງປະເທດຫວຽດນາມຕອບສໍາພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດຄັ້ງທີີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ - ảnh 1 ທ່ານນາງ ເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ:TTXVN)

          ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານ ສປປ.ເກົາຫຼີ  Kim Jong Un ໄດ້ຢັ້ງຢືນວ່າ ການພົບປະຢູ່ຮ່າໂນ້ຍ ແມ່ນບາດກ້າວເດີນສໍາຄັນໃນວິວັດການເຈລະຈາລະຫວ່າງສອງປະເທດ. ຜ່ານການເຈລະຈາທີ່ກອງປະຊຸມສຸດຍອດຄັ້ງນີ້, ການນໍາສູງສຸດຂອງທັງສອງຝ່າຍ ໄດ້ມີຄວາມມານະພະຍາຍາມຕັ້ງໜ້າຫຼາຍຢ່າງ ເພື່ອປຶກສາຫາລືກ່ຽວກັບຫຼາຍບັນດາສໍາຄັນທີ່ກ່ຽວຂ້ອງເຖິງສັນຕິພາບ, ການປອດນິວເຄຼຍໃນແຫຼມເກົາຫຼີ.

          ຫວຽດນາມກໍໄດ້ແບ່ງປັນຄວາມມຸ່ງມາດປາດຖະໜາຂອງປະຊາຄົມສາກົນ ແມ່ນບັນດາຝ່າຍສືບຕໍ່ດໍາເນີນການເຈລະຈາ ແກ້ໄຂບັນດາບັນຫາໃນແຫຼມເກົາຫຼີ ກໍຄືຊຸກຍູ້ການພົວພັນລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ; ຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ສວມບົດບາດສ້າງສັນຕິພາບ, ສົມທົບກັນຊຸກຍູ້ວິວັດການສັນຕິພາບໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ