ໂຄສະນາປະເທດຊາດ,ຊາວຫວຽດນາມຜ່ານclip “Welcome to VietNam”

 ໂຄສະນາປະເທດຊາດ,ຊາວຫວຽດນາມຜ່ານclip “Welcome to VietNam” - ảnh 1

 (vovworld)- ​ວັນ​ທີ 21/9 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ສະ​ເຫນີ​ຕົວ clip ໂຄ​ສະ​ນາ​ກ່ຽວ​ກັບ ຫວຽດ​ນາມ “Welcome to Viet Nam” ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ຫນ້າ​ຫລາຍ​ກະ​ຊວງ, ຂະ​ແຫນງ​ການ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຢູ່ ຫວຽດ​ນາມ”.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ດັ້ງ​ມີ​ຄອຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ເລື່ອງ​ສ້າງ Clip “Welcome to Viet Nam” ເພື່ອ​ຈຸດ​ປະ​ສົງ​ແນະ​ນ​ຳ​ໂດຍ​ສັງ​ເຂບ​ກ່ຽວ​ກັບ​ຫວຽດ​ນາມ ຜ່ານ​ບັນ​ດາ​ຮູບ​ພາບ​ທີ່​ສວຍ​ງາມ​ກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ​ລື​ຊື່​ຂອງ​ປະ​ເທດ​ຊາດ, ບັນ​ດາຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່​ບັນ​ດາ​ເຂດ​ພາກ, ຊາວ​ຫວຽດ​ນາມ, ບັນ​ດາ​ຜົນ​ງານ​ທຸກ​ດ້ານ​ໃນ​ກິ​ດ​ຈະ​ການ​ປ່ຽນ​ແປງ​ໃຫມ່. ດ້ວຍ​ເວ​ລາ​ພຽງ 7 ນາ​ທີ, clip “Welcome to Viet Nam” ໄດ້​ແນະ​ນຳ​ຜ່ານ 9 ພາ​ສາ​ຊື່ງ​ລວມ​ມີ:  ພາ​ສາ​ຫວຽດ, ອ​ັງ​ກິດ, ຝ​ລັ່ງ, ຈີນ, ລັດ​ເຊຍ, ແອດ​ສະ​ປາຍ, ປວກ​ຕູ​ການ, ຍີ່​ປຸ່ນ, ອາ​ຣັບ. clip “Welcome to Viet Nam” ສົ່ງ​ເຖິງ​ຜູ້​ຊົມ​ສານ​ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ,  ພັດ​ທະ​ນາ, ມີ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ມາ​ແຕ່​ດົນ​ນານ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ, ມີ​ພະ​ລັງ​ຊີ​ວິດ​ອັນ​ແຮງ​ກ້າ, ພວມ​ພັດ​ທະ​ນາ​ຢ່າບໍ່​ຢຸດຢັ້ງ ແລະ ແມ່ນ​ສະ​ຖານ​ທີ່​ດູດ​ດື່ມ​ສຳ​ລັບ​ເພື່ອນ​ມິດ​ສາ​ກົນ.  ​

ຂ່າວ/ບົດ​ອື່ນ