ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ ມາ​ເລ​ເຊຍ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນຊາດ ມາເລເຊຍ (31/8/1957 - 31/8/2023), ວັນທີ 31 ສິງຫາ,ການນຳຫວຽດນາມ ໄດ້ສົ່ງໂທລະເລກອວຍພອນວັນຊາດ ໄປຍັງບັນດາການນຳມາເລເຊຍ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີແຫ່ງວັນຊາດ ມາເລເຊຍ (31/8/1957 - 31/8/2023), ວັນທີ 31 ສິງຫາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສົ່ງໂທລະເລກ ອວຍພອນວັນຊາດ ໄປຍັງກະສັດ Al-Sultan Abdullah Ri’ayatuddin Al-Mustafa Billah Shah, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານນາຍົກລັດຖະມົນຕີ Anwar Ibrahim, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານ ປະທານສະພາສູງ Haji Wan Junaidi bin Tuanku Jaafar ແລະ ທ່ານປະທານສະພາຕ່ຳ Johari bin Abdul.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ສົ່ງໂທລະເລກອວຍພອນໄປຍັງທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Zambry Abd Kadir.

ຕອບກັບ

ຂ່າວ/ບົດ​ອື່ນ