ເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ແລະ ທ່ານ Tadeusz Szumowski
ພາບ:asean.org
|
(vovworld)- ໃນພິທີຍື່ນສານຕາຕັ້ງຂອງລັດຖະບານ ໂປໂລຍ ຕໍ່ເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ໃນວັນທີ 28/3 ທີ່ສຳນັກງານຄະນະເລຂາ ອາຊຽນ ຢູ່ ຢາກາກຕາ ປະເທດ ອິນໂດເນເຊຍ, ທ່ານ Tadeusz Szumowski, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າ ໂປໂລຍ ປະຈຳ ອາຊຽນ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວໃນຂອບເຂດເພີ່ມທະວີບັນດາການພົວພັນຮ່ວມມືສອງຝ່າຍ ກັບ ອາຊຽນ ກໍຄືບັນດາປະເທດສະມາຊິກ ອາຊຽນ. ທ່ານ Tadeusz Szumowski ເນັ້ນຫນັກວ່າ: ໂປໂລຍ ຕີລາຄາສູງບົດບາດໃຈກາງ ແລະ ຕັ້ງຫນ້າຂອງ ອາຊຽນ ໃນການຮັກສາສັນຕິພາບ, ຄວາມສະຫງົບປອດໄພ, ສະຖຽນລະພາບ ແລະ ພັດທະນາໃນພາກພື້ນກ ພ້ອມທັງ ສະແດງຄວາມປາດຖະຫນາຢາກປະກອບສ່ວນເຂົ້າໃນການຊຸກຍູ້ບັນດາສາຍພົວພັນອັນດີງາມລະຫວ່າງ ໂປໂລຍ ກັບທຸກປະເທດສະມາຊິກ ອາຊຽນ ແລະ ກັບອາຊຽນ ຊື່ງແມ່ນອົງການພາກພື້ນ ຊື່ງໂປໂລຍຕີລາຄາວ່າ ສຳເລັດຜົນທີ່ສຸດ, ມີສຽງເວົ້ານັບມື້ນັບສຳຄັນໃນພາກພື້ນ ອາຊີ ປາຊີຟີກ ແລະໃນທົ່ວໂລກ.