ໂມ​ຣົກ ເລີ່ມ​ໂຄງ​ການ​ກໍ່​ສ້າງ​ເຮືອນຢູ່ 50.000ຫຼັງ​ພາຍຫຼັງ​ໄພ​ພິ​ບັດແຜ່ນດິນ​ໄຫວ

(VOVWORLD) -  ເຈົ້າຊີວິດ ໂມຣົກ Mohamed VI ເນັ້ນໜັກວ່າ ບຸລິມະສິດແຖວໜ້າໃນປັດຈຸບັນ ແມ່ນຮັບປະກັນສະຖານທີ່ພັກອາໄສທີ່ປອດໄພ ໃຫ້ແກ່ປະຊາຊົນທີ່ບໍ່ມີເຮືອນຢູ່ໃນເຫດແຜ່ນດິນໄຫວ. 
ໂມ​ຣົກ ເລີ່ມ​ໂຄງ​ການ​ກໍ່​ສ້າງ​ເຮືອນຢູ່ 50.000ຫຼັງ​ພາຍຫຼັງ​ໄພ​ພິ​ບັດແຜ່ນດິນ​ໄຫວ - ảnh 1ພາບປະກອບ: NYTimes

ຕອນຄ່ຳວັນທີ 14 ກັນຍາ, ຫ້ອງວ່າການເຈົ້າຊີວິດ ໂມຣົກ ໄດ້ປະກາດເລີ່ມໂຄງການກໍ່ສ້າງ ເຮືອນຢູ່ 50.000ຫຼັງ ຢູ່ 5 ເຂດທີ່ຖືກຜົນສະທ້ອນໃນເຫດແຜ່ນດິນໄຫວຄັ້ງປະຫວັດສາດໃນຕອນຄ່ຳວັນທີ 8 ກັນຍາ ຢູ່ທາງພາກາງປະເທດນີ້.

ໃນແຈ້ງການໃຫ້ຮູ້ວ່າ ມີເຮືອນຢູ່ກ່ວາ 50.000ຫຼັງຖືກທຳລາຍໝົດ ຫຼື ເສຍຫາຍສ່ວນໜຶ່ງໃນເຫດແຜ່ນດິນໄຫວ. ເຈົ້າຊີວິດ ໂມຣົກ Mohamed VI ເນັ້ນໜັກວ່າ ບຸລິມະສິດແຖວໜ້າໃນປັດຈຸບັນ ແມ່ນຮັບປະກັນສະຖານທີ່ພັກອາໄສທີ່ປອດໄພ ໃຫ້ແກ່ປະຊາຊົນທີ່ບໍ່ມີເຮືອນຢູ່ໃນເຫດແຜ່ນດິນໄຫວ. ກ່ອນໜ້ານັ້ນ, ລັດຖະບານ ໂມຣົກ ກໍ່ໜູນຊ່ວຍດ້ານການເງິນທີ່ມີມູນຄ່າ 14.000 USD ໃຫ້ແກ່ແຕ່ລະຄອບຄົວ ທີ່ເຮືອນຖືກທຳລາຍໝົດເພື່ອໃຫ້ເຂົາເຈົ້າກັບຄືນສູ່ຊີວິດທີ່ເປັນປົກກະຕິໂດຍໄວ.

ແລະກໍ່ໃນວັນດຽວກັນ, ກອງທຶນເພື່ອເດັກ ສະຫະປະຊາຊາດ (UNICEF) ໄດ້ຕີລາຄາວ່າ ມີເດັກນ້ອຍ ໂມຣົກປະມານ 100.000 ຄົນຖືກຜົນສະທ້ອນໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນຕອນຄ່ຳວັນທີ 8 ກັນຍານີ້, ໃນນັ້ນມີ ເດັກນ້ອຍ 20.000 ຄົນ ບໍ່ມີເຮືອນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ