ໂລກລະບາດ Covid-19 ໄດ້ເກີດຂຶ້ນຢູ່ 34 ປະເທດ ແລະ ເຂດແຄ້ວນໃນໂລກ

(VOVWORLD) - ໄລ່ຮອດຈຸດເວລານີ້, ໂລກລະບາດ Covid-19 ໄດ້ເກີດຂຶ້ນຢູ່ 34 ປະເທດ ແລະ ເຂດແຄ້ວນໃນໂລກ. ບັນດານັກຊ່ຽວຊານດ້ານການແພດໃນໂລກພວມມີຄວາມວິຕົກກັງວົນກ່ຽວກັບບັນດາກໍລະນີທີ່ບໍ່ມີຕົ້ນກຳເນີດຢ່າງຈະແຈ້ງຄືຢູ່ ອີຕາລີ, ສ.ເກົາຫຼີ ແລະ ອີຣານ ຊື່ງອາດຈະພົບເຫັນຢູ່ບັນດາປະເທດອື່ນໆໃນໂລກເຊັ່ນດຽວກັນ.
ໂລກລະບາດ Covid-19 ໄດ້ເກີດຂຶ້ນຢູ່ 34 ປະເທດ ແລະ ເຂດແຄ້ວນໃນໂລກ - ảnh 1(ພາບປະກອບ/ AFP/TTXVN)

        ວັນທີ 24 ກຸມພາ, ສາດສະດາຈານ Arnaud Fontanet, ນັກຊ່ຽວຊານດ້ານລະບາດວິທະຍາຢູ່ສະຖາບັນ Pasteur ຝຣັ່ງ ໃຫ້ຮູ້ວ່າ: ນີ້ແມ່ນໄລຍະເວລາໂລກລະບາດຈະຫັນໄປສູ່ໄລຍະຕິດແປດຢູ່ວົງຄະນະຍາດ. ການຄວບຄຸມໂລກລະບາດພວມເປັນການຍາກກ່ວາ ແລະ ມີຄວາມສ່ຽງຈະແຜ່ລະບາດຢ່າງແຮງຢູ່ບັນດາປະເທດອື່ນນອກຈາກ ຈີນ. ທ່ານ Nathalie MacDermott ອາຈານສອນຢູ່ມະຫາວິທະຍາໄລ King’s College London ໄດ້ຮຽກຮ້ອງບັນດາປະເທດທັງໝົດມີການກະທຳຢ່າງຮີບດ່ວນ ເພື່ອຄວບຄຸມໂລກລະບາດ, ສະກັດກັ້ນບັນດາກໍລະນີຕິດແປດອອກສູ່ວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ