ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່​າງ​ສັບ​ສົນ​ຢູ່ ສ.ເກົາຫຼີ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 25 ມີນາ (ຕາມເວລາ UTC) ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 477,7 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 6,13 ລ້ານຄົນ.
ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່​າງ​ສັບ​ສົນ​ຢູ່ ສ.ເກົາຫຼີ - ảnh 1(ພາບ: AFP/TTXVN)

ໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສັບສົນຢູ່ ສ.ເກົາຫຼີ ຊື່ງແມ່ນໜຶ່ງໃນບັນດາປະເທດມີຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ. ວັນທີ 25 ມີນາ, ປະເທດນີ້ມີຜູ້ຕິດເຊື້ອຕື່ມອີກ ເກືອບ 340.000 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອໃນທົ່ວປະເທດຂຶ້ນເຖິງກ່ວາ 11,1 ລ້ານຄົນ. ຕາມສູນຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດ ສ.ເກົາຫຼີ (KDCA) ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ປະເທດນີ້ມີຜູ້ເສຍຊີວິດຈາກໂລກລະບາດໂຄ ວິດ - 19 ຈຳນວນ 393 ຄົນ.

ສ່ວນຢູ່ ສິງກະໂປ ກໍ່ໄດ້ປະກາດຜ່ອນຜັນບາງມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕື່ມອີກ. ຕາມນັ້ນແລ້ວ, ອຳນາດການປົກຄອງປະເທດນີ້ ໄດ້ຕັດສິນໃຈຍົກເລີກຂໍ້ຈຳກັດເກືອບທັງໝົດຕໍ່ແຂກທ່ອງທ່ຽວເຂົ້າເມືອງທີ່ໄດ້ສັກວັກຊິນກັນໂຄວິດ - 19 ໂດຍພື້ນຖານແລ້ວ ແລະ ຍົກເລີກຂໍ້ກຳນົດຕ້ອງໃສ່ຜ້າອັດປາກ - ດັງຢູ່ເຂດກາງແຈ້ງ.


 

ຕອບກັບ

ຂ່າວ/ບົດ​ອື່ນ