ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ເກືອບ 6,2 ລ້ານ​ຄົນ​ເສຍ​ຊີ​ວິດ

(VOVWORLD) -ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ…ແມ່ນບັນດາປະເທດຖືຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19. 
ໂລກ​ລະ​ບາດ​ໂຄວິດ - 19 ເຮັດ​ໃຫ້​ເກືອບ 6,2 ລ້ານ​ຄົນ​ເສຍ​ຊີ​ວິດ - ảnh 1ພາບປະກອບ: AFP/TTXVNt

ຕາມການສະຖິຕິຂອງ ເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 28 ມີນາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 482 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 6,2 ລ້ານຄົນ.

ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ…ແມ່ນບັນດາປະເທດຖືຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19. ນອກຈາກເອີລົບທີ່ມີຈຳນວນຜູ້ຕິດເຊື້ອໃໝ່ກ່ວາ 5,3 ລ້ານຄົນແລ້ວ ທະວີບໂອເຊອາເນຍ, ທະວີບອາເມລິກາ, ອາຊີ ແລະ ອາຟຼິກກາລ້ວນແຕ່ມີທ່າອ່ຽງຈຳນວນຜູ້ຕິດເຊື້ອໂຄວິດ - 19 ຫຼຸດລົງ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 27 ມີນາ ຫາເວລາ 16 ໂມງຂອງວັນທີ 28 ມີນາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 83.376 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 83.373 ຄົນ, ມີຜູ້ເສຍຊີວິດ 52 ຄົນ.

        ກ່ຽວກັບການສັກວັກຊິນ, ໄລ່ມາຮອດປະຈຸບັນ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ -19 ໄດ້ 205.216.774 ເຂັມໃຫ້ແກ່ປະຊາຊົນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ