ໂລກສະແດງນຳ້ໃຈສາມັກຄີກັບແບນຊິກ

ໂລກສະແດງນຳ້ໃຈສາມັກຄີກັບແບນຊິກ - ảnh 1
ແຂກໂດຍສານຢູ່ສະໜາມບິນ Zaventem ພວມຍົກຍ້າຍໄປເຖິງສະຖານທີ່ປອດໄພ)
(ພາບ: AP)

(vovworld) – ວັນ​ທີ 22/3, ທ່ານ​ເລຂາທິການ​ໃຫຍ່ ສປຊ ​ໄດ້​ຄັດ​ຄ້ານ​ບັນດາ​ເຫດການ​ວາງ​ລະ​ເບີດ​ກໍ່​ການ​ຮ້າຍ​ຢູ່ ບຣຸກ​ແຊນ, ຖື​ນີ້​ແມ່ນ​ການ​ກະທທີ່ຳ​ຕຳ່​ຕ້ອຍ ​ແລະ ຮຽກຮ້ອງ​ນຳ​ຕົວ​ການ​ມາ​ລົງ​ໂທດ​ຕາມ​ກົດໝາຍ​ຢ່າງ​ວ່ອງ​ໄວ. ທ່ານ​ Mogen Lykketoft, ປະທານ​ສະມັດຊາ​ໃຫຍ່ ສ​ປຊ ​ໄດ້​ກ່າວ​ປະນາມ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ຢ່າງ​ແຮງ, ສະ​ແດງ​ຄວາມ​​ເຫັນ​ອົກ​ເຫັນ​ໃຈ ​ແລະ ແບ່ງ​ເບົາຄວາ​ມ​ເສົ້າ​ສະຫຼົດ​ໃຈ​ກັບ​ຄົວ​ຄອບ, ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ລັດຖະບານ​ບັນດາ​ປະ​ເທດ​ມີ​ພົນລະ​ເມືອງ​ຖືກ​ເສຍ​ຊີວິດ​ໃນ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ ບຣຸກ​ແຊນ​. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ບັນດາ​ປະ​ເທດ ອາຊີ, ​ເຂດ​ ອ່າວ ​ແລະ ​ອາບຟຣີກາ ກໍ່ພ້ອມ​ກັນ​ກ່າວ​ປະນາມ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍທ່ີ​ຮ້າຍ​ແຮງ​ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ, ພ້ອມ​ທັງ​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ການ​ເດີນທາງໄປ - ມາ​ຢູ່ ​ແບນ​ຊິກ ​ແລະ ​ເພີ່ມ​ທະວີ​ຄວາມ​ສະຫງົບ​ຢູ່​ປະ​ເທດ​ຕົນ​. ​ໃນ​ວັນ​ທີ 22/3, ​​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ ​ໃຫ້​ຮູ້​ກ່ຽວ​ກັບ​ປະຕິກິ​ລິ​ຍາຂອງ ຫວຽດນາມ ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີ​ກໍ່ການ​ຮ້າຍ​ຢູ່​ບຣຸ​ກ​ແຊນ, ປະ​ເທດ​ ​ແບນ​ຊິກ, ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລ​ຫາຍ​ບີ່​ງ ​ຊີ້​ແຈ້​ງວ່າ: ພວກ​ຂ້າພະ​ເຈົ້າມີ​ຄວາມ​ສະດຸ​ງ​ໃຈ ​ແລະ ກ່າວ​ປະນາມ​ບັນດາ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ່​ນອງ​ເລືອດ​ເກີດ​ຂຶ້ນ​ຢູ່​ນະຄອນຫຼວງ ບຣຸກ​ແຊນ, ປະ​ເທດ​ແບ​ນຊິກ​ຢ່າງ​ແຮງ, ​ເຮັດ​ໃຫ້​ຫຼາຍ​ຄົນ​ເສຍ​ຊີວິ​ດ ​ແລະ ຖືກ​ບາດ​ເຈັບ. ຫວຽດນາມ ຂໍ​​ແບ່ງ​​​ເບົາ​​ຄວາມ​ເຈັບ​ປວດ, ຄວາ​ມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​​ເຊິ່ງ​ລັດຖະບານ, ປະຊາຊົນ ​ແລະ ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ຕ້ອງ​ທົນ​ທຸກທໍລະມານ ​ແລະ ​ເຊື່ອ​ໝັ້ນ​ຢ່າງ​ແຮງ​ວ່າ​ດ້ວຍ​ບັນດາ​ຄວາມ​ມານະພະຍາຍາມ​ຊຶ່ງລັດຖະບານ ​ແບນ​ຊິກ ພວມ​ຜັນ​ຂະຫຍາຍ, ບັນດາ​ຕົວ​ການຈະ​ຖືກ​ຕັດສິນ​ລົງ​ໂທດ​ໂດຍ​ໄວ. ລັດຖະບານ​ບັນດາ​ປະ​ເທດ​ຄື: ອາບ​ກາ​ນິດ​ສະຖານ, ປາ​ກິດ​ສະຖານ, ອີ​ຢິບ ລ້ວນ​ແຕ່ຖະ​ແຫຼ​ງກ່າວ​ປະນາມ​ເຫດ​ບຸກ​ໂຈມ​ຕີ​ຢູ່ ບຣຸກ​ແຊນ ​ແລະ ສະ​​ແດງ​​​ແບ່ງ​ເບົາ​ຄວາມ​​ເສົ້າ​ສະຫຼົດ​​ໃຈ​ຢ່າງ​ເລິກ​ເຊິ່ງ, ພ້ອມ​ທັງ​ຢັ້ງຢືນ​ຄວາມ​ສາມັກຄີ​ກັບ​ລັດຖະບານ ​ແລະ ປະຊາຊົນ​ແບນ​ຊິກ.


ຂ່າວ/ບົດ​ອື່ນ