ໂຮງ​ແຮມ​ແຫ່ງ​ໜຶ່ງ​ພັງ​ຖະຫຼົ່ມ​ຢູ່​ຈີນ

(VOVWORLD) -ເຈົ້າໜ້າທີ່ຈີນ ໃຫ້ຮູ້ວ່າ ມີປະມານ 70 ຄົນ ພວມຖືກຕິດຄ້າງຢູ່ສາບຫັກພັງໃນກໍລະນີໂຮງແຮມແຫ່ງໜຶ່ງພັງຖະຫຼົ່ມຢູ່ແຂວງ Fujian ທາງທິດຕາເວັນອອກຂອງຈີນ ໃນຕອນຄ່ຳວັນທີ 7 ມີນາ.
ໂຮງ​ແຮມ​ແຫ່ງ​ໜຶ່ງ​ພັງ​ຖະຫຼົ່ມ​ຢູ່​ຈີນ - ảnh 1 ສະພາບການຕົວຈິງຂອງເຫດໂຮງແຮມພັງຖະຫຼົ່ມຢູ່ຈີນ (ພາບ: ສໍານັກຂ່າວສານຊິນຮວາ)

 ຕາມແຈ້ງການຂອງອຳນາດການປົກຄອງນະຄອນ Quanzhou ແລ້ວ, ກໍລະນີໂຮງແຮມພັງຖະຫຼົ່ມ ເກີດຂຶ້ນໃນເວລາ 19 ໂມງ 30 ນາທີ ຂອງວັນທີ 7 ມີນາ (ຕາມເວລາທ້ອງຖິ່ນ). ຮອດເວລາ 21 ໂມງໃນວັນດຽວກັນ, ໄດ້ມີ 23 ຄົນ ໄດ້ກອບກູ້ຊີວິດ. ຕາມໜັງສືພິມ ຢືໝິນຈືບາວ ຂອງ ຈີນແລ້ວ, ໂຮງແຮມ ທີ່ມີ 80 ຫ້ອງນອນນີ້ ໃນເວລາມໍ່ໆມານີ້ ໄດ້ຖືກນຳໃຊ້ເປັນສະຖານທີ່ແຍກຕົວສຳລັບບັນດາຜູ້ທີ່ຖືກສົງໄສຕິດພະຍາດ COVID-19. ສ່ວນສາຍເຫດທີ່ພາໃຫ້ເກີດກໍລະນີໂຮງແຮມຖືກພັງຖະຫຼົ່ມ ແມ່ນຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ