ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ຕື່ມອີກ 16.019 ຄົນ

(VOVWORLD) -ນັບແຕ່ເວລາ 16 ໂມງຂອງວັນທີ 10 ມັງກອນ ຫາ ເວລາ 16 ໂມງຂອງວັນທີ 11 ມັງກອນ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 16.035 ຄົນ, ໃນນັ້ນ ມີ 16 ກໍລະນີມາຈາກຕ່າງປະເທດ ແລະ 16.019  ກໍລະນີຢູ່ 63 ແຂວງ, ນະຄອນພາຍໃນປະເທດ
ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19  ຕື່ມອີກ 16.019 ຄົນ - ảnh 1ພາບປະກອບ

    ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 1.930.428  ຄົນ

    ກໍໃນວັນທີ 11 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ  6.866 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.596.960 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 256 ຄົນ

    ໃນວັນທີ 11 ມັງກອນ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ 1.063.758 ໂດສ. ເປັນອັນວ່າ    ໄລ່ຮອດ ປະຈຸບັນ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ 162.375.421 ໂດສ, ໃນນັ້ນ, ສັກວັກຊິນເຂັມທີ 1 ແມ່ນ 78.389.408 ໂດສ,  ສັກວັກຊີນເຂັມ ທີ 2 ແມ່ນ 71.386.323 ໂດສ ແລະ ສັກວັກຊິນ ເຂັ້ມທີ 3 ແມ່ນ 12.599.690 ໂດສ

ຕອບກັບ

ຂ່າວ/ບົດ​ອື່ນ