ໃນໂອກາດບຸນເຕັດມີຜູ້ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນເກືອບ 25.000ເທື່ອຄົນ
(ໃນໂອກາດບຸນເຕັດມີຜູ້ເຂົ້າສຸສານໄຫວ້ອາໄລ
ປະທານໂຮ່ຈີມິນເກືອບ 25.000 ເທື່ອຄົນ)
(vovworld) - ໃນໂອກາດບຸນເຕັດປີມະແມ 2015, ມີປະຊາຊົນທຸກຊັ້ນວັນນະ ແລະ ນັກທ່ອງທ່ຽວຕ່າງປະເທດເປັນຈຳນວນຫຼວງຫຼາຍໄດ້ມາຢາມສະໜາມຫຼວງບາບິ່ງ, ຮ່າໂນ້ຍ ແລະ ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ, ສະແດງຄວາມເຄົາລົບນັບຖືຕໍ່ຜູ້ນຳທີ່ແສນເຄົາລົບຮັກຂອງຊາດຫວຽດນາມ. ຕາມຕົວເລກສະຖິຕິຂອງຄະນະຄຸ້ມຄອງເຂດສຸສານປະທານໂຮ່ຈີມິນແລ້ວ, ໃນໂອກາດນີ້ມີເກືອບ 25.000 ເທື່ອຄົນເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ; ໃນນັ້ນມີແຂກຕ່າງປະເທດເກືອບ 13.000 ເທື່ອຄົນ. ເພື່ອຮັບໃຊ້ປະຊາຊົນໃນທົ່ວປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດເຂົ້າສຸສານໄຫວ້ອາໄລປະທານ ໂຮ່ຈີມິນ ໃນໂອກາດບຸນເຕັດ. ຄະນະຄຸ້ມຄອງສຸສານປະທານໂຮ່ຈິມິນ ໄດ້ປະດັບປະດາເຂດສະໜາມຫຼວງບາດິ່ງ, ແຕ່ງຕັ້ງພະນັກງານ, ນັກຮົບຕ້ອນຮັບແຂກຢ່າງລອບຄອບ, ຖືກຕາມຂໍ້ກຳນົດ.