ໄຂ “ສັບ​ປະ​ດາ​ກິດ​ຈະ​ກຳ​ຂຽວ ຫວຽດ​ນາມ ປີ 2020”

(VOVWORLD) -ວັນທີ 9 ທັນວາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີໄຂ “ສັບປະດາກິດຈະກຳຂຽວ ຫວຽດນາມ ປີ 2020”. ນີ້ແມ່ນເຫດການໂດຍ ກະຊວງກໍ່ສ້າງຫວຽດນາມ ສົມທົບກັບ ໂຄງການພັດທະນາ ສປຊ (UNDP) ຈັດຕັ້ງ, ເຊິ່ງນອນໃນບັນດາການເຄື່ອນໄຫວຕອບສະໜອງ ສັບປະດາກິດຈະກຳຂຽວ ໂລກ ນັບແຕ່ເດືອນກັນຍາ ຫາ ເດືອນທັນວາ ປີ 2020.
ໄຂ “ສັບ​ປະ​ດາ​ກິດ​ຈະ​ກຳ​ຂຽວ ຫວຽດ​ນາມ ປີ 2020” - ảnh 1ພິທີໄຂ “ສັບປະດາກິດຈະກຳຂຽວ ຫວຽດນາມ ປີ 2020” (ພາບ: baotainguyenmoitruong.vn)

  ການຈັດ “ສັບປະດາກິດຈະກຳຂຽວ ຫວຽດນາມ” ແມ່ນເພື່ອແນໃສ່ສ້າງເວທີປາໄສແຫ່ງການແບ່ງປັນ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການ ກ່ຽວກັບການສ້າງກົນໄກນະໂຍບາຍໃນຂົງເຂດກໍ່ສ້າງ, ຕົວເມືອງ; ປະກອບສ່ວນຊຸກຍູ້ບັນດາໂຄງການພັດທະນາຕົວເມືອງຕາມທິດ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ນຳໃຊ້ຊັບພະຍາກອນຢ່າງປະຢັດ ແລະ ມີປະສິດທິຜົນ. ດ້ວຍບັນດາການເຄື່ອນໄຫວແທດຈິງ, ຫວຽດນາມ ໄດ້ຢັ້ງຢືນກັບໂລກກ່ຽວກັບການປະຕິບັດບັນດາຄຳໝັ້ນສັນຍາສາກົນ ວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ. ໃນຂອບເຂດຂອງເຫດການດັ່ງກ່າວ ຍັງດຳເນີນກອງປະຊຸມສຳມະນາຕາມຫົວເລື່ອງ, ການໂອ້ລົມສົນທະນາກ່ຽວກັບນະໂຍບາຍ, ວາລະປະຊຸມຄົບຄະນະ ແລະ ງານວາງສະແດງຕ່າງໆອີກດ້ວຍ.  


ຕອບກັບ

ຂ່າວ/ບົດ​ອື່ນ