ໄຂ​ກອງ​ປະ​ຊຸມ APSC-24

(VOVWORLD) -ປະຈຸບັນ, ສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຍັງຄົງຮັກສາໄດ້ຄຳໝັ້ນສັນຍາ ຜັນຂະຫຍາຍການສ້າງປະຊາຄົມ ໃຫ້ຖືກຕ້ອງຕາມລະດັບຄວາມຄືບໜ້າ ແລະ ປະຈຸບັນ ບັນດາໜ້າທີ່ທີ່ໄດ້ວາງອອກ ຊື່ງສະແດງອອກໃນຫຼາຍຂົງເຂດ.
ໄຂ​ກອງ​ປະ​ຊຸມ APSC-24 - ảnh 1(ພາບ:TTXVN)

 ຕອນເຊົ້າວັນທີ 4 ຕຸລາ, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24 (APSC 24)  ໄດ້ໄຂຂຶ້ນແບບທາງໄກ ໂດຍການເປັນປະທານຂອງ Brunei - ປະເທດປະທານອາຊຽນ ປີ 2021. ທ່ານຮອງລັດຖະມົນຕີການຕ່າງປະເທດຫງວຽນກວັກຢຸງ, ຫົວໜ້າ SOM ອາຊຽນ ຫວຽດນາມ ນຳໜ້າຄະນະຜູູ້້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ທີກອງປະຊຸມ, ທ່ານເລຂາທິການໃຫ່ຍອາຊຽນ Lim Jock Hoi ໄດ້ເນັ້ນໜັກວ່າ ຕໍ່ໜ້າບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນທີ່ສັບສົນຄືປະຈຸບັນ, ປະຈຸບັນ, ສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຍັງຄົງຮັກສາໄດ້ຄຳໝັ້ນສັນຍາ ຜັນຂະຫຍາຍການສ້າງປະຊາຄົມ ໃຫ້ຖືກຕ້ອງຕາມລະດັບຄວາມຄືບໜ້າ ແລະ ປະຈຸບັນ ບັນດາໜ້າທີ່ທີ່ໄດ້ວາງອອກ ຊື່ງສະແດງອອກໃນຫຼາຍຂົງເຂດ.

ພາຍຫຼັງກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24, Brunei ສືບຕໍ່ເປັນປະທານກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 (ACC-30).  ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຢືນຢັນເຖິງການຮ່ວມມື, ບໍ່ໃຫ້ບັນດາສິ່ງທ້າທາຍກໍ່ຜົນສະທ້ອນ ຕໍ່ຄວາມມານະພະຍາຍາມຮ່ວມມືລວມ ເພື່ອແນໃສ່ຮັບມືກັບໂລກລະບາດໂຄວີດ 19 ແລະ ຟື້ນຟູເສດຖະກິດ, ຍົກສູງປະສິດທິຜົນຂອງກົງຈັກອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ