ໄຂກອງປະຊຸມ ຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12

(VOVWORLD) -ຕອນເຊົ້າວັນທີ 02 ຕຸລາ, ທີ່ ກອງປະຊຸມ ຄັ້ງທີ 8 ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຊຸດທີ 12 ໄດ້ໄຂຂຶ້ນ ຢູ່ຮ່າໂນ້ຍ. ກ່ອນທີ່ດໍາເນີນກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ສະຫຼະເວລາໜຶ່ງນາທີ ກົ້ມຫົວໄວ້ອາໄລເຖິງທ່ານອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດ໋ເມື່ອຍ ແລະ ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ ໄດ້ດໍາເນີນກົງກັບໄລຍະກາງສະໄໝຂອງຊຸດທີ 12. ເນື້ອໃນຂອງກອງປະຊຸມ ລວມມີຫຼາຍບັນຫາສໍາຄັນ ແລະ ມີສ່ວນກ່ຽວຂ້ອງໂດຍກົງ ເຖິງການຊີ້ນໍາ, ນໍາພາໃນການປະຕິບັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການກໍ່ສ້າງພັກປອດໃສ, ໝັ້ນຄົງເຂັ້ມແຂງ ໂດຍກອງປະຊຸມໃຫຍ່ຊຸດທີ 12 ໄດ້ວາງອອກ ຢ່າງມີໄຊ ແລະ ກະກຽມໃຫ້ແກ່ການຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຢ່າງສໍາເລັດຜົນ.

ສໍາລັບ ດ້ານເສດຖະກິດ-ສັງຄົມ, ການເງິນ-ງົບປະມານແຫ່ງລັດ ປີ 2018 – 2019,  ທ່ານເລຂາທິການໃຫຍ່ ສະເໜີີໃຫ້ບັນດາກໍາມະການ ປຶກສາຫາລື, ຕີລາຄາຢ່າງພາວະວິໄສ, ຮອບດ້ານ ສະພາບການ ເສດຖະກິດ-ສັງຄົມ, ການເງິນ-ງົບປະມານແຫ່ງລັດ ໃນ 9 ເດືອນຕົ້ນປີ, ແຜນຮອດທ້າຍປີ 2018 ແລະ ຕີລາຄາໄລຍະກາງສະໄໝ  ກ່ຽວກັບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ, ແຜນການເງິນ-ງົບປະມານແຫ່ງລັດ ແລະ ແຜນການລົງທຶນສາທາລະນະໄລຍະກາງ 2016 – 2020.

ກ່ຽວກັບການສະຫຼຸບ 10 ປີ ແຫ່ງການປະຕິບັດມະຕິວ່າດ້ວຍຍຸດທະສາດກ່ຽວກັບທະເລຫວຽດນາມ ຮອດປີ 2020, ທ່ານເລຂາທິການໃຫຍ່ ຊີ້ແຈ້ງວ່າ ເລື່ອງສະເໜີຕໍ່ສູນກາງພັກ ພິຈາລະນາ, ປະກາດໃຊ້ມະຕິສະບັບໃໝ່ ກ່ຽວກັບຍຸດທະສາດເສດຖະກິດທະເລຫວຽດນາມ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນທີ່ສຸດ ເຊິ່ງມີສາຍພົວພັນຢ່າງແໜ້ນແຟ້ນກັບບັນດາບັນຫາຂອງພື້ນຖານເສດຖະກິດຂອງປະເທດຊາດທັງໝົດ, ສະນັ້ນ, ຄວນໄດ້ໂຄສະນາເຜີຍແຜ່, ເຊື່ອມຊຶມຢ່າງເລິກເຊິ່ງກວ້າງຂວາງໃນທົ່ວລະບົບການເມືອງ ແລະ ປະຊາຊົນທຸກຊັ້ນວັນນະ, ຕາມນັ້ນແລ້ວ ກໍຍົກສູງສະຕິຮັບຮູ້, ຄວາມຮັບຜິດຊອບຂອງທົ່ວສັງຄົມເຂົ້າໃນການຄຸ້ມຄອງ, ຂຸດຄົ້ນ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທະເລຫວຽດນາມ ຢ່າງມີປະສິດທິຜົນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງນີ້, ກົມການເມືອງ, ຄະນະບໍລິຫານງານສູນກາງພັກ ຈະພິຈາລະນາ, ຕັດສິນເລື່ອງປະກາດໃຊ້ຂໍ້ກໍານົດ ກ່ຽວກັບໜ້າທີ່ຄວາມຮັບຜິດຊອບທີ່ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ. ທ່ານກ່າວວ່າ:

“ເພື່ອສືບຕໍ່ຍູ້ແຮງການຍົກສູງໜ້າທີ່ຄວາມຮັບຜິດຊອບທີ່ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນກໍາມະການກົມການເມືອງ, ກໍາມະການຄະນະເລຂາ, ກໍາມະການຄະນະບໍລິຫານງານສູນກາງພັກ,  ກົມການເມືອງ ໄດ້ມີຄວາມເຫັນດີເປັນເອກະພາບສູງໃນການສະເໜີແນະມາຍັງ ຄະນະບໍລິຫານງານສູນກາງພັກ ພິຈາລະນາ, ປະກາດໃຊ້ ຂໍ້ກໍານົດສະບັບໃໝ່ ກ່ຽວກັບບັນຫາດັ່ງກ່າວ. ເນື້ອໃນຂອງຂໍ້ກໍານົດ ຄວນມີເນື້ອໃນລະອຽດ, ເຂົ້າໃຈງ່າຍ, ຈື່ຈໍາໄດ້ງ່າຍ ແລະ ຕິດຕາມກວດກາໄດ້ງ່າຍ. ຮ່າງຂໍ້ກໍານົດ ໄດ້ລະບຸ 9 ເນື້ອໃນ ໂດຍຮຽກຮ້ອງໃຫ້ ກໍາມະການກົມການເມືອງ, ກໍາມະການຄະນະເລຂາ, ກໍາມະການຄະນະບໍລິຫານງານສູນກາງພັກ ຕ້ອງເປັນແບບຢ່າງນໍາໜ້າປະຕິບັດ”.

ພາຍຫຼັງວາລະໄຂກອງປະຊຸມ, ໂດຍພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ກອງປະຊຸມໄດ້ຮັບຟັງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ອ່ານໃບສະເໜີຂອງຄະນະກຳມະການພັກລັດຖະບານ ກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2018; ແຜນການພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2019;  ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ອ່ານໃບສະໜີຂອງກົມການເມືອງ ກ່ຽວກັບການສະຫຼຸບ 10 ປີແຫ່ງການປະຕິບັດມະຕິສູນກາງພັກ ຄັ້ງທີ 4, ຊຸດທີ 10 ກ່ຽວກັບຍຸດທະສາດທະເລຫວຽດນາມ ຮອດປີ 2020”;  ທ່ານ ຟ້າມມິນຈິງ ຫົວໜ້າຄະນະຈັດຕັ້ງສູນກາງ ອ່ານໃບສະເໜີຂອງກົມການເມືອງ ກ່ຽວກັບ ຂໍ້ກໍານົດໜ້າທີ່ຄວາມຮັບຜິດຊອບທີ່ເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນ ກໍາມະການກົມການເມືອງ, ກໍາມະການຄະນະເລຂາ, ກໍາມະການຄະນະບໍລິຫານງານສູນກາງພັກ;ໃບສະເໜີຂອງກົມການເມືອງກ່ຽວກັບເລື່ອງສ້າງຕັ້ງບັນດາອະນຸກໍາມະການກະກຽມ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 13 ຂອງພັກ .

        ຕອນບ່າຍຂອງວັນດຽວກັນ, ສູນກາງພັກ ໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2018; ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2019.

 


ຕອບກັບ

ຂ່າວ/ບົດ​ອື່ນ