ໄຂກອງປະຊຸມການພົວພັນມິດຕະພາບສະພາແຫ່ງຊາດຫວຽດນາມ - ກຳປູເຈຍ

ໄຂກອງປະຊຸມການພົວພັນມິດຕະພາບສະພາແຫ່ງຊາດຫວຽດນາມ - ກຳປູເຈຍ - ảnh 1

( ​ໄຂ​ກອງ​ປະຊຸມ​ການ​ພົວພັນ​ມິດຕະພາບ​
ສະພາ​ແຫ່ງ​ຊາດ​ຫວຽດນາມ - ກຳປູ​ເຈຍ )



(vovworld) -     ກອງ​ປະຊຸມ​ການ​ພົວພັນ​ມິດຕະພາບ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ກຳປູ​ເຈຍ​ໄດ້ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 23/8 ຢູ່​ນະຄອນ​​ໂຮ​່ຈິ​ມິນ. ນີ້ແມ່ນ​ເຫດການ​ພົວພັນຕ່າງປະ​ເທດ​ທີ່ສຳຄັນ​ໂດຍ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ກຳປູ​ເຈຍ ຈັດ​ຕັ້ງ​ໃນ​ປີ 2012 ປະກອບສ່ວນ​​ແທດ​ຈິງ​ເຂົ້າ​ໃນ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ສອງ​ສະພາ​ແຫ່ງ​ຊາດ ​ແລະ ຂໍ່ານັບ​ຮັບ​ຕ້ອນ “ປີ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ 2012”, ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ກຳ​ປູ້​ເຈຍ (24/06/1967 – 24/06/2012). ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສສ.ຫວຽດນາມ Nguyen Sinh Hung ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ​ກຳປູ​ເຈ​ຍ Samdech Heng Samrin ​ເປັນ​ປະທານຮ່ວມ​ກອງ​ປະຊຸມ. ​ເຂົ້າ​ຮ່ວມ​ພິທີ​ໄຂ​ຍັງ​ມີ​ບັນດາ​ການ​ນຳ​ລັດຖະບານ, ສະພາ​ແຫ່ງ​ຊາດ, ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ຖື​ວ່າ ກອງ​ປະຊຸມ​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ​ແລະ ກຳປູ​ເຈຍ ພ້ອມ​ກັນ​ຫວນ​ຄືນ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ສະໜິດ​ຕິດ​ພັນ​ລະຫວ່າງ​ສອງ​ຊາດ​ຜ່ານ​ໄລຍະ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ສືບ​ຕໍ່​ສະ​ແດງ​ຄວາມ​ຕັດສິນ​ໃຈ, ຮ່ວມ​​ແຮງຮ່ວມ​​ໃຈຊຸກຍູ້​ມູນ​ເຊື້ອ​​ແຫ່ງ​ຄວາມສາມັກ​ຄີ​ມິດຕະພາບ​ກວ່າ​ອີກ, ປະກອບສ່ວນ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ຫວຽດນາມ - ກຳປູ​ເຈຍ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ປະທານ​າສະພາ​ແຫ່ງ​ຊາດ Nguyen Sinh Hung ​ໄດ້​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າ​ເຊື້ອ​ໝັ້ນ​ວ່າ ກອງ​ປະຊຸມ​ແມ່ນ​ຂີດ​ໝາຍປະຫວັດສາດ​ທີ່​ສຳຄັນ, ປະກອບສ່ວນ​ນຳ​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ສະພາ​ແຫ່ງ​ຊາດຫວຽດນາມ - ກຳປູ​ເຈຍ, ການ​ຮ່ວມ​ມືຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ກວ້າງຂວາງ, ​ເລິກ​ເຊິ່ງກວ່າ, ຮັດ​ແໜ້ນ​ການ​ພົວພັນ​ມິດຕະພາບ​ຕາມ​ທິດ​ນຳຖານ​ບ້ານ​ໃຫ້​ເຮືອນ​ຄຽງອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມມື​ຢ່າງຮອບດ້ານ, ໝັ້ນ​ຄົງ​ຍາວ​ນານ, ພ້ອມ​ກັນ​ສ້າງ​ປະຊາ​ຄົມ​ອາ​ຊຽນສາມັກຄີ, ​ເຂັ້ມ​ແຂງ, ​ເຄົາລົບ​ ​ແລະ ຊ່ວຍ​ເຫຼືອເຊິ່ງກັນ ​ແລະ ກັນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຈຸດໝາຍ​ລວມ​ແມ່ນ​ສັນຕິພາບ, ຄວາມ​ໝັ້ນຄົງ, ການຮ່ວມ​ມື ​ແລະ ພັດທະນາ. ສິ່ງດັ່ງກ່າວ​ຈະຕອບສະໜອງ​ຄວາມ​ມຸ່ງມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດອັນ​ແທດ​ຈິ່ງ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ກຳ​ປູ​ເຈຍ”

        ທີ່ພິທີ​ໄຂ​ກອງປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາຊະ​ອານາຈັກ​ກຳປູ​ເຈຍ Samdech Heng Samrin ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ​ໃນ​ທຸກ​ຂົງ​ເຂດ ​ເຊິ່ງປະຊາຊົນ​ສອງ​ປະ​ເທດ​ບັນລຸ​ໄດ້​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ ​ຕໍ່ການ​ຊ່ວຍ​ເຫຼືອ ​ແລະ ສະໜັບສະໜູນ​ອັນ​ລຳຄ່າ, ທັນ​ການ ​ແລະ ມີ​ປະສິດທິ​ຜົນ ​ເຊິ່ງການ​ນຳ ​ແລະ ປະຊາຊົນ​ຫວຽ​ດນາມ ​ສະຫງວນ​ໃຫ​້້ປະຊາຊົນ​ກຳປູ​ເຈຍ​ໃນ​ໄລຍະ​ທີ່​ຜ່ານ​ມາ.

        ກອງ​ປະຊຸມ​ການ​ພົວພັນຮ່ວມມື​ມິດຕະພາບສະພາ​ແຫ່ງ​ຊາດລະຫວ່າງຫວຽດນາມ - ກຳປູ​ເຈຍ ດຳ​ເນີນ​ໄປ​ແຕ່​ວັນ​ທີ 22 - 25/8 ດ້ວຍ​ບັນດາ​ເນື້ອ​ໃນ​ຄື: ​ແລກປ່ຽນ​ວຽກ​ງານ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ກຳປູ​ເຈຍ, ພົບ​ປະ​ແລກປ່ຽນ​ລະຫວ່າງ​ກຸ່ມ​ສະມາຊິກ​ມິດຕະພາບ, ​ໄວ​ໜູ່ມ ​ແລະ ບັນດາ​ທ້ອງ​ຖິ່ນ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ, ​ແຮກ​ສ່ຽວລະຫວ່າງ​ສອງ​ປະ​ເທດ; ​ໂຄສະ​ນາສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ