(vovworld) - ຕອນເຊົ້າວັນທີ 12/9, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 11. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໃຫ້ຮູ້ວ່າ ທີ່ກອງປະຊຸມຄັ້ງນີ້ ຄະນະປະຈຳສະພາແຫ່ງຊາດຈະໃຫ້ຄຳຄິດຄຳເຫັນກ່ຽວກັບແຜນຮ່າງຂັ້ນຕອນ, ລະບຽບການ, ວິທີການປະຕິບັດການຮັບບັດໄວ້ວາງໃຈຕໍ່ຜູ້ຮັກສາຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ໃຫ້ຄຳຄິດຄຳເຫັນກ່ຽວກັບບົດລາຍງານການຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບທີ່ດິນປຸກສ້າງ, ທີ່ດິນທຳການຜະລິດໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງພົນລະເມືອງທີ່ມີຕໍ່ບັນດາຂໍ້ຕົກລົງດ້ານບໍລິຫານກ່ຽວກັບທີ່ດິນ. ກ່ຽວກັບວຽກງານສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳຄິດຄຳເຫັນກ່ຽວກັບຮ່າງກົດໝາຍ 10 ສະບັບ, ໃນນັ້ນມີບັນດາຮ່າງກົດໝາຍສຳຄັນຄື ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ (ສະບັບປັບປຸງ) ແລະ ບາງເນື້ອໃນສຳຄັນອື່ນໆ.
ພາຍຫຼັງວາລະໄຂກອງປະຊຸມ, ປຶກສາກ່ຽວກັບບັນດາບົດລາຍງານຮ່າງແຜນການກວດສອບບັນຊີປີ 2013, ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີໃຫ້ອົງການກວດສອບບັນຊີແຫ່ງລັດ ຄວນພິຈາລະນາກວດສອບບັນຊີຫົວເລື່ອງສະເພາະທີ່ມີຕໍ່ບັນດາໂຄງການຈຸດໝາຍແຫ່ງຊາດ, ເລື່ອງຄຸ້ມຄອງ ແລະ ນຳໃຊ້ທີດິນຢູ່ບັນດາເຂດອຸດສາຫະກຳ, ຄຸ້ມຄອງ, ນຳໃຊ້ບັນດາກອງທຶນຂອງລັດ. ທ່ານ Nguyen Van Hien, ຫົວໜ້າກຳມາທິການກົດໝາຍ, ໃຫ້ຄຳເຫັນວ່າ.
“ກ່ຽວກັບແຜນການກວດສອບບັນຊີ, ພວກຂ້າພະເຈົ້າເຫັນດີກັບບົດລາຍງານ ໂດຍພື້ນຖານ ແຕ່ຫວັງວ່າ ພວກເຮົາຂອງປະຕິບັດຂໍ້ສະເໜີແນະພາຍຫຼັງການກວດສອບບັນຊີ ເປັນຢ່າງດີ, ພິເສດແມ່ນເພື່ອຊ່ວຍໃຫ້ພັກ, ລັດ ໃນການຈັດຕັ້ງປະຕິບັດວຽກງານຕໍ່ສູ້, ຕ້ານໄພສໍ້ລາດບັງຫຼວງ. ໃນໄລຍະຈະມາເຖິງເມື່ອຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນ, ຕ້ານໄພສໍ້ລາດບັງຫຼວງ ແລະ ຈະມີບາງຂໍ້ມາດຕາທີ່ກ່ຽວຂ້ອງເຖິງໜ້າທີ່ຮັບຜິດຊອບຂອງອົງການກວດສອບບັນຊີແຫ່ງລັດ”.