ໄຂກອງປະຊຸມຄັ້ງທີ 15 ຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 25/2. ຢູ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ, ຄະນະປະຈຳສະພາແຫ່ງຊາດໄຂກອງປະຊຸມຄັ້ງທີ 15. ກອງປະຊຸມຈະດຳເນີນໃນເວລາ 2 ວັນ, ວັນທີ 25 ແລະ 26/2. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຊີ້ແຈງວ່າ: ທີ່ກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານກໍ່ການຮ້າຍ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການພັກ ອາໄສ, ພິຈາລະນາ, ຮັບຮອງເອົາລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາ ຂອງລັດຖະບັນຍັດວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ອຸປະກອນໜູນຊ່ວຍ. ຄະນະປະຈຳສະພາແຫ່ງຊາດ ຍັງຈະປຶກສາຫາລື ກ່ຽວກັບແຜນຮ່າງປ່ຽນໃໝ່ກົງຈັກຊ່ວຍວຽກຂອງສະພາແຫ່ງຊາດ, ປະກອບຄຳເຫັນກ່ຽວກັບເລື່ອງສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າການຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ.