(vovworld) – ຕອນເຊົ້າວັນທີ 10/7, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ, ຄະນະປະຈຳສະພາແຫ່ງຊາດ ຊຸດທີ 13 ໄດ້ໄຂກອງປະຊຸມຄັ້ງທີ 19 ຂຶ້ນ. ຄາດວ່າ, ກອງປະຊຸມຈະດຳເນີນແຕ່ວັນທີ 10 – 12/7. ເມື່ອຕີລາຄາກ່ຽວກັບໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 13, ຄະນະປະຈຳສະພາແຫ່ງຊາດ ເຫັນດີເປັນເອກະພາບກັນໂດຍຖືວ່າ: ກອງປະຊຸມສະໄໝສາມັນເທື່ອທີ 5 ໄດ້ສຳເລັດແຜນການທີ່ໄດ້ວາງອອກ ດ້ວຍວຽກງານຫຼາຍຢ່າງ, ເນື້ອໃນສຳຄັນດຶງດູດຄວາມສົນໃຈ, ຕິດຕາມຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທົ່ວປະເທດຄືເລື່ອງຈັດຕັ້ງການລົງຄະແນນສຽງໄວ້ວາງໃຈສຳລັບບັນດາຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ, ປຶກສາຫາລືກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)... ປະກອບຄຳເຫັນໃນເບື້ອງຕົ້ນກ່ຽວກັບກອງປະຊຸມສະໄໝສາມັນເທື່ອທີ 6, ຄຳເຫັນສ່ວນຫຼາຍຖືວ່າ: ນີ້ແມ່ນກອງປະຊຸມທ້າຍປີດ້ວຍເນື້ອໃນສຳຄັນຫຼາຍຢ່າງ. ດັ່ງນັ້ນ, ສະພາແຫ່ງຊາດຕ້ອງສະຫງວນເວລາຫຼາຍເພື່ອພິຈາລະນາໝາກຜົນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2014, ປຶກສາຫາລື, ຕີລາຄາເລື່ອງປະຕິບັດແຜນຮ່າງສັງລວມສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ບັນດາຄຳເຫັນປຶກສາຫາລື ເປັນເອກະພາບກັນສະເໜີສະພາແຫ່ງຊາດ ສະຫງວນເວລາ 3 ວັນໃນໂຄງການດຳເນີນງານຂອງກອງປະຊຸມສະໄໝສາມັນເທື່ອທີ 6 ເພື່ອປຶກສາຫາລື, ຮັບຮອງເອົາຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ສະຫງວນເວລາ 1 ວັນເຄິ່ງສຳລັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮູ່ງ ສະເໜີວ່າ :
“ ກ່ຽວກັບລັດຖະທຳມະນູນ, ຕ້ອງສືບຕໍ່ຮັບເອົາການປະກອບຄຳຄິດຄຳເຫັນຂອງປະຊາຊົນ. ສ່ວນຮ່າງກົດໝາຍວ່າດ້ວຍທີ່ດິນ, ແມ່ນສະເໜີລັດຖະບານໃຫ້ການຊີ້ນຳອົງການຮຽບຮຽງສົມທົບກັບອົງການກວດກາປະຕິບັດສຳເລັດການຮັບເອົາຄຳເຫັນ, ແລ້ວນຳມາປຶກສາຫາລືຕໍ່ລັດຖະບານອີກຄັ້ງໜຶ່ງ ເພື່ອລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ ”
”