ໄຂກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11

ໄຂກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11 - ảnh 1

(ໄຂກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11)

(vovworld) - ຕອນ​ເຊົ້າ​ວັນ​ທີ 7/5, ກອງ​ປະຊຸມ​ຄັ້ງ​ທີ 5 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ຖື​ກ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ແລະ ຄາດ​ວ່າ​ຈະ​ດຳ​ເນີນ​​ໃນ​ເວລາ 9 ວັນ(​ແຕ່​ວັນ​ທີ 7 – 15/5). ທີ່​ວາລະ​ໄຂ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ກອມ​ມູດ​ຫວຽດນາມ Nguyen Phu trong ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ.     ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໃຫ້​ຮູ້​ວ່າ: ​ໃນ​ກອງ​ປະຊຸມ​ຄັ້ງ​ທີ 5 ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ປຶກສາ​ຫາລືບັນດາ​ເນື້ອ​ໃນ​ຄື: ສະຫຼຸບ​ວຽກ​ງານ​ປະຕິບັດ​ລັດຖະທຳ​ມະນູນ​ປີ 1992 ​ແລະ ບາງ​ເນື້ອ​ໃນ​ພື້ນຖານ​ຄວນ​ປັບປຸງ, ​ເພີ່ມ​ເຕີມ​, ສະຫຼຸບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 7 ຊຸດ​ທີ 9, ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກຄັ້ງ​ທີ 3 ຊຸດ​ທີ 10.​.​. ພິຈາລະນາ, ຕັດສິນ​ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ​ສັງ​ຄົມ, ​ເງິນ​ເດືອນ​ໃນ​ໄລຍະ 2012 – 2020 ​ແລະ ບັນຫາ​ສຳຄັນອີກຈຳນວນ​ໜຶ່ງອື່ນ. ກ່ຽວ​ກັບ​ການ​ສະຫຼຸບ, ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ປີ 1992, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊີ້​ແຈງ​ວ່າ:

“ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູນ​ຕ້ອງ​ສືບ​ຕໍ່​ຢືນຢັນ​ຄຸນ​ນະ​ທາດ ​ແລະ ຮູບ​ແບບ​ສັງ​ລວມຂອງ​ລະບອບ​ການ​ເມືອງ ​ແລະ ກົງຈັກ​​ແຫ່ງລັດ ທີ່​ໄດ້​ຮັບ​ການ​ກຳນົດ​ໃນ​ໂຄງການ​ການ​ເມືອງ (ສະບັບ​​ເພີ່ມ​ເຕີມ​ປີ 2011) ​ແລະ ລັດຖະທຳ​ມະນູນ​ປີ 1992. ນັ້ນ​ແມ່ນ, ລັດ​ເຮົາ​ແມ່ນ​ລັດ​ແຫ່ງ​ອຳນາດນິ​ຕິ​ບັນຍັດ​ສັງ​ຄົມ​ນິຍົມ​ຂອງ ປະຊາຊົນ, ​ມາ​ຈາກ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ​ທຸກໆສິດອຳນາດ​​ແຫ່​ງລັດ​ແມ່ນ​ຂອງ​ປະຊາຊົນ, ປະຊາຊົນ​ປະຕິບັດ​ສິດອຳນາດ​ແຫ່ງ​ລັດ​ຜ່ານ​ການຈັດ​ຕັ້ງ​ລັດ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ. ສິດອຳນາດ​ແຫ່ງ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ຈັດແບ່ງວຽກ​ງານ, ສົມທົບ ​ແລະ ຄວບ​ຄຸມ​ສິດອຳນາດ​ລະຫວ່າງ​ບັນດາ​ອົງການ​ໃນ​ການ​ປະຕິບັດ​ບັນດາ​ສິດ​ນິຕິ​ບັນຍັດ, ບໍລິຫານ ​ແລະ ຕຸລາການ.”

ໄຂກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11 - ảnh 2
(ທ່ານເລຂາທິການໃຫຍ່ Nguyen Phu Trong ມີບົດກ່າວປາໄສຄຳຄັນທີ່ກອງປະຊຸມ)

​ການ​ສະຫຼຸບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 7 ຊຸດ​ທີ 9 ກ່ຽວ​ກັບ​ທີ່​ດິນ​ຄັ້ງ​ນີ້ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຮີບ​ດ່ວນ ​ເພື່ອ​ແນ​ໃສ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ, ສືບ​ຕໍ່​ປ່ຽນ​ໃໝ່​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ​ໃນ​ວຽກ​ງານ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ່​ດິນ​ຢ່າງ​ຮີບ​ດ່ວນ, ຮັບປະກັນ​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ລັດ​ຢ່າງກົມກຽວ, ປະຊາຊົນ ​ແລະ ນັກ​ລົງທຶນ, ສ້າງ​​ແຫຼ່ງກຳລັງ ​ແລະ ກຳ​ລັງ​ໜູນ​ໃໝ່​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດເປັນອຸດສາຫະກຳ - ທັນ​ສ​ະ​ໄໝ, ຮັກສາ​​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊີ້​ແຈງ​ວ່າ:

“ສຸມ​ໃສ່​ເຮັດ​ໃຫ້​ຈະ​​ແຈ້ງວ່າ​ເປັນ​ຫຍັງ​ແຫຼ່ງກຳລັງ​ທີ່​ດິນ​ຍັງບໍ່​ທັນ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ຄົ​ບຖ້ວນ ​ເພື່ອ​ກາຍ​ເປັນ ກຳລັງ​ພາຍ​ໃນ​ສຳຄັນ​ຮັບ​ໃຊ້​ການ​ພັດ​ທະນາ​ເສດຖະກິດ - ສັງຄົມ? ​ເປັນ​ຫຍັງ​ຢູ່​ຫຼາຍ​ບ່ອນ, ການ​ນຳ​ໃຊ້​ທີ່​ດິນ​ຍັງ ຟູ​ມເຟືອຍ, ມີ​ປະສິດທິ​ຜົນ​ຕ່ຳ, ການສໍ້​ລາ​ດບັງ​ຫຼວງ​ທີ່​ກ່ຽວຂ້ອງ​ເຖິງ​ທີ່​ດິນ​ຍັງ​ບໍ່​ທັນ​ຖືກ​ຍູ້​ໃຫ້​ຖອຍ​ໄປ​? ​ເປັນ​ຫຍັງ​ກໍລະນີ​ກ່າວ​ຟ້ອງ, ຮ້ອງທຸກ ​ເກື​ອບ 70% ​ແມ່ນ​ກ່ຽວ​ກັບ​ຂົງ​ເຂດ​ທີ່​ດິນ? ​ບັນຫາ​ຫຍັງແມ່ນ​ສາຍ​ເຫດ​ຂຶ້ນ​ກັບ​ທັດສະນະ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ທີ່​ໄດ້​ລະບຸ​ໃນ​ມະຕິ ​ແລະ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ປີ 2003? ​​ແລະ ​ອື່ນໆ. ບົນ​ພື້ນຖານ​ນັ້ນ, ສະ​ເໜີ​ໃຫ້​ກຳນົດ​ທິດ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ສ້າງ​ລະບົບກົດໝາຍ, ນະ​ໂຍບາຍ​ກ່ຽວ​ກັບ​ທີ່​ດິນ​ໃຫ້​ສົມ​ບຸ​ນ​ແບບ”

        ສຸດ​ທ້າຍ, ທ່ານ​ເລຂາທິການ​​ໃຫຍ່ Nguyen Phu Trong ສະ​ເໜີ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ສູນ​ກາງ​ພັກໄດ້​ພິຈາລະນາ ​ແລະ ປະກາດ​ໃຊ້​ມະຕິ​ຫົວ​ເລື່ອງ​ສະ​ເພາະ​ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ​ສັງ​ຄົ​ມ​ໄລຍະ​ແຕ່​ນີ້​ຮອດ​ປິ 2020, ​ເຊິ່ງຈຸດ​ໃຈກາງ​ແມ່ນ​ນະ​ໂຍບາຍ​ບຸລິມະສິດ​ຕໍ່​ຜູ້​ມີ​ຄຸນງາມຄວາມດີຕໍ່​ປະ​ເທດ​ຊາດ ​ແລະ ຮັບປະກັນ​ຊີວິດ​ສັງຄົມ, ດ້ວຍ​ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ແມ່ນ: ຮັບປະກັນ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ປະກັນ​​ສັງຄົມ, ປະກັນ​ສຸຂະພາບ, ​ເຮືອນ​ຢູ່, ໜູນ​ຊ່ວຍ​ສັງ​ຄົມ​ ​ແລະ ຮັບປະກັນ​ບາງ​ການ​ບໍລິການ​ສັງ​ຄົມ​ພື້ນຖານ​​ໃຫ່້ແກ່ປະຊາຊົນ.

ຂ່າວ/ບົດ​ອື່ນ