ໄຂກອງປະຊຸມຄັ້ງປະຖົມມະເລິກສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 13

(VOVWORLD) - ໃນໄລຍະດຳເນີນກອງປະຊຸມ, ບັນດາຜູ້ແທນຈະໄດ້ຮັບຟັງ ແລະ ຕີລາຄາບົດລາຍງານວຽກງານຂອງລັດຖະບານ...
ໄຂກອງປະຊຸມຄັ້ງປະຖົມມະເລິກສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ 13 - ảnh 1ພິທີໄຂກອງປະຊຸມຄັ້ງປະຖົມມະເລິກຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 13 

ຕອນເຊົ້າວັນທີ 05 ມີນາ, ທີ່ຫໍປະຊຸມໃຫຍ່ຈີນ ຢູ່ນະຄອນຫຼວງປັກກິ່ງ,  ໄດ້ດຳເນີນພິທີໄຂກອງປະຊຸມຄັ້ງປະຖົມມະເລິກຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຊຸດທີ 13. ທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີຈີນ ລິ໋ເຄີສຽງ ໄດຂຶ້ນກ່າວ “ບົດລາຍງານວຽກງານລັດຖະບານ” ອາຍຸການ 5 ປີຜ່ານມາ, ໃນນັ້ນໄດ້ທົບທວນຄືນລະອຽດວຽກງານໃນໄລຍະ 5 ປີຜ່ານມາ, ຍົກອອກການວາງແຜນກຳນົດສັງລວມບັນດາຂົງເຂດປະຕິບັດວຽກງານໃນປີ 2018 ແລະ ຊຸມປີຈະມາເຖິງ, ເນັ້ນໜັກເຖິງບັນດາໜ້າທີ່ ແລະ ວຽກງານຈຸດສຸມໃນໄລຍະ 5 ປີຈະມາເຖິງ ແລະ ປຸກລະດົມໃນທົ່ວພັກ, ທົ່ວປວງຊົນໃຫ້ມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ປະຕິບັດບັນດາໜ້າທີ່, ເປົ້າໝາຍພັດທະນາເສດຖະກິດສັງຄົມ ເພື່ອແນໃສ່ມຸ່ງໄປເຖິງຄາດໝາຍອັນໃຫຍ່ຫຼວງຄື “2 ຂີດໝາຍ 100 ປີ”, ຜ່ານນັ້ນ, ສ້າງປະເທດຈີນ ໃຫ້ກາຍເປັນປະເທດມະຫາອຳນາດສັງຄົມນິຍົມທີ່ທັນສະໄໝເທື່ອລະກ້າວໃນກາງສະຕະວັດທີ 21.

        ໃນໄລຍະດຳເນີນກອງປະຊຸມ, ບັນດາຜູ້ແທນຈະໄດ້ຮັບຟັງ ແລະ ຕີລາຄາບົດລາຍງານວຽກງານຂອງລັດຖະບານ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານສະພາບການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ ປີ 2017 ແລະ ແຜນພັດທະນາເສດຖະກິດສັງຄົມໃນປີ 2018…

        ຕາມແຜນການ, ກອງປະຊຸມສະໄໝສາມັນຄັ້ງປະຖັມມະເລິກສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຈະແກ່ຍາວເປັນເວລາ 16 ວັນ ແລະ ຈະອັດລົງໃນຕອນເຊົ້າວັນທີ 20 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ