ໄຂ​ກອງ​ປະ​ຊຸ​ມ​ທົ່ວ​ປະ​ເທດ​ສະຫຼຸບ​ວຽກ​ງານ​ສະ​ພາ​ປະ​ຊາ​ຊົນ 2022, ຜັນ​ຂ​ະ​ຫຍາຍ​ແຜນ​ການ​ປີ 2023

(VOVWORLD) -"ວີທີການຈັດຕັ້ງເຄື່ອນໄຫວຕິດຕາມກວດກາຂອງ ສະພາປະຊາຊົນຂັ້ນແຂວງມີການປ່ຽນແປງຢ່າງຈະແຈ້ງ, ເປັນຕົ້ນແມ່ນພາຍຫຼັງ ຄະນະປະຈຳສະພາແຫ່ງຊາດປະກາດໃຊ້ມະຕິເລກທີ 594 ລົງວັນທີ 12 ກັນຍາ ປີ 2022 ກ່ຽວກັບການແນະນຳການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນ."
ໄຂ​ກອງ​ປະ​ຊຸ​ມ​ທົ່ວ​ປະ​ເທດ​ສະຫຼຸບ​ວຽກ​ງານ​ສະ​ພາ​ປະ​ຊາ​ຊົນ 2022, ຜັນ​ຂ​ະ​ຫຍາຍ​ແຜນ​ການ​ປີ 2023 - ảnh 1 ທ່ານຮອງປະທານຄະນະປະຈຳສະພາແຫ່ງຊາດ ເຈິ່ນແທັງເໝິນ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 21 ກຸມພາ, ຢູ່ນະຄອນຮະລອງ, ແຂວງ ກ໋ວາງນິງ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດ ກອງປະຊຸມທົ່ວປະເທດສະຫຼຸບວຽກງານສະພາປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງປີ 2022 ແລະ ຜັນຂະຫຍາຍແຜນການປະຕິບັດງານປີ 2023. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວເປັນປະທານກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງປະທານຄະນະປະຈຳສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

ວີທີການຈັດຕັ້ງເຄື່ອນໄຫວຕິດຕາມກວດກາຂອງ ສະພາປະຊາຊົນຂັ້ນແຂວງມີການປ່ຽນແປງຢ່າງຈະແຈ້ງ, ເປັນຕົ້ນແມ່ນພາຍຫຼັງ ຄະນະປະຈຳສະພາແຫ່ງຊາດປະກາດໃຊ້ມະຕິເລກທີ 594 ລົງວັນທີ 12 ກັນຍາ ປີ 2022 ກ່ຽວກັບການແນະນຳການເຄື່ອນໄຫວຕິດຕາມກວດກາຂອງສະພາປະຊາຊົນ. ຕາມນັ້ນແລ້ວ, ໄດ້ເຫັນດີເປັນເອກະພາບ, ຫັນການເຄື່ອນໄຫວຕິດຕາມກວດກາ, ແກ້ໄຂບາງຂໍ້ຈຳກັດ, ຂໍ້ຕິດຂັດໃນການຕິດຕາມກວດກາຂອງສະພາປະຊາຊົນ ເປັນມາດຕະຖານ.ປະກອບສ່ວນຍົກສູງຄຸນນະພາບ, ຜົນສັກສິດ, ປະສິດທິພົນຂອງການເຄື່ອນໄຫວຕິດຕາມກວດກາ ຂອງສະພາປະຊາຊົນ, ໝາກຜົນຂອງການເຄື່ອນໄຫວຂອງສະພາປະຊາຊົນນັບມື້ນັບຢັ້ງຢືນ ບົດບາດເປັນອົງການອຳນາດການປົກຄອງແຫ່ງລັດ ຢູ່ ທ້ອງຖິ່ນ, ຕາງໜ້າສະແດງໃຫ້ເຈດຈຳນົງ, ຄວາມມຸ່ງຫວັງ ແລະ ສິດເປັນເຈົ້າຂອງ ຂອງປະຊາຊົນຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ