ໄຂກອງປະຊຸມພະແນກຕາອາຊຽນຄັ້ງທີ2

ໄຂກອງປະຊຸມພະແນກຕາອາຊຽນຄັ້ງທີ2 - ảnh 1
ໄຂກອງປະຊຸມພະແນກຕາອາຊຽນຄັ້ງທີ2
(ພາບ: baodongkhoi)

(vovworld) - ຕອນ​ບ່າຍ​ວັນ​ທີ 29/10, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ພະ​ແນ​ກຕາ​ຫວຽດນາມ ​ໄດ້​ໄຂ​ກອງ​ປະຊຸມ​ພະ​ແນ​ກຕາ​ອາ​ຊຽນ ຄັ້ງ​ທີ 2 (AOS 2015) ​ແລະ ​ໄຂ​ກອງ​ປະຊຸມ​ພະ​ແນ​ກຕາ​ຫວຽດນາມ ປີ 2015. ກອງ​ປຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ຫວຽດນາມ​ເກືອບ 1.000 ຄົນ ​ແລະ ຜູ້​ແທນ​ສາກົນ​ກວ່າ 230 ຄົນ, ​ເຊິ່ງ​ແມ່ນ​ບັນດາ​ທ່ານໝໍ​ພະ​ແນ​ກຕາ ທີ່​ມາ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ປະ​ເທດຕ່າງໆ​ເຊັ່ນ: ອາ​ເມ​ລິ​ກາ, ຍີ່ປຸ່ນ, ອົດ​ສະ​ຕາ​ລີ, ອິນ​ເດຍ… ​​ໃນ 3 ວັນ​ດຳ​ເນີນ​ກອງ​ປະຊຸມ​ແຕ່​ວັນ​ທີ 29-31/10, ຈະ​ມີບົດ​ລາຍງານ 289 ບົດຖືກ​ສະ​ເໜີ​ທີ່​ກອງ​ປະຊຸມ​, ​ເຊິ່ງສຸມ​ໃສ່​ຂະ​ແໜງ​ສະ​ເພາະ​​ໃນພະ​ແນ​ກຕາ​ເຊັ່ນ Glocom, ​ແກ້ວຕາ, ປ້ອງ​ກັນ ​ແລະ ຕ້ານ​ຕາບອດ, ຕາ​ເ​ດັກນ້ອຍ…

ຂ່າວ/ບົດ​ອື່ນ