(vovworld) – ຕອນເຊົ້າວັນທີ 29/8, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມກັບເຈົ້າໜ້າທີ່ການທະຫານ ແລະ ປ້ອງກັນປະເທດຂັ້ນສູງຂອງບັນດາປະເທດສະມາຊິກ ອາຊຽນ ແລະ 8 ປະເທດຄູ່ຮ່ວມມື, ເຈລະຈາ ແມ່ນ: ອົດສະຕາລີ, ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ລັດເຊຍ, ສ ເກົາຫຼີ ແລະ ອາເມລິກາ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ຢູ່ບຣູໄນ. ຄະນະຜູ້ແທນທະຫານຂັ້ນສູງ ຫວຽດນາມ ໂດຍທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາລັດຖະມົນຕີສຸມໃສ່ປຶກສາຫາລືກ່ຽວກບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ, ຕີລາຄາບັນດາຄວາມຄືບໜ້າທີ່ບັນລຸໄດ້ໃນບັນດາຂົງເຂດຮ່ວມມືແທດຈິງທີ່ໄດ້ວາງອອກກ່ອນນີ້ 2 ປີຢູ່ ຮ່າໂນ້ຍ ແລະ ວາງອອກທິດທາງພັດທະນາໃນ 2 ປີຈະມາເຖິງເມື່ອໂຮມປະຊຸມຢູ່ ມາເລເຊຍ ໃນປີ 2015. ຕາມວົງການຜູ້ສັງເກດການແລ້ວ, ນັບແຕ່ເມື່ອໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດຢູ່ ຮ່າໂນ້ຍໃນປີ 2010, ADMM+ ໄດ້ເຊື່ອມໂຍງເຂົ້າໂຄງປະກອບຄວາມໝັ້ນຄົງພາກພື້ນ, ແມ່ນເວທີປາໄສເພື່ອໃຫ້ບັນດາເຈົ້າໜ້າທີ່ປ້ອງກັນຊາດຂັ້ນສູງປຶກສາຫາລືບັນດາບັນຫາຄວາມໝັ້ນຄົງສຳຄັນໃນພາກພື້ນເປັນປະຈຳ ແລະ ສ້າງຂອບເຂດລວມໃຫ້ແກ່ການຮ່ວມມືຫຼາຍຝ່າຍລະຫວ່າງກອງທັບບັນດາປະເທດໃນພາກພື້ນ.