ໄຂກອງປະຊຸມລັດຖະມົນຕີໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ

ໄຂກອງປະຊຸມລັດຖະມົນຕີໂທລະຄົມມະນາຄົມ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານອາຊຽນ - ảnh 1
ກອງ​ປະຊຸ​ມ ASEAN – TELMIN 13
(ພາບ: Vietnam+)


(vovworld) - ​ກອງ​ປະຊຸ​ມ​ລັດຖະມົນ​ຕີ​ໂທລະ​ຄົມ ​ແລະ ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ອາ​ຊຽນ (ASEAN - TELMIN) ຄັ້ງ​ທີ 13 ຖືກ​ດຳ​ເນີນ​​ໂປ​ໃນ​ວັນ​ທີ 14/11, ຢູ່​ສິງກະ​​ໂປ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ທີ່​ມາ​ຈາກ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິ​ງ. ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​​ສື​່ສານ ​ເລ​ນາມທັ໋ງ ນຳ​ໜ້າ. ດ້ວຍ​ຫົວ​ຂໍ້​​ວ່າ “​ເຊື່ອມ​ຕໍ່​ປະຊາ​ຄົມ, ພ້​ອມກັນ​ສ້າງ​ແງ່​ຫວັງ”, ASEAN – TELMIN 13 ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ນຳ​ເຕັກ​ໂນ​ໂລ​ຊີຂໍ້ມູນຂ່າວສານ​ກາຍ​ເປັນ​ພາຫະນະ​ຫຼັກ​ແຫຼ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ ​​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ, ສັງຄົມ ​ແລະ ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ກວດ​ຄືນ​ແຜນສັງ​ລວມກ່ຽວ​ກັບ​ການ​ພັດທະນາ​ເຕັກ​ໂນ​ໂລ​ຊີ​ຂໍ້ມູນຂ່າວສານ​ໃນ​ອາ​ຊຽນ ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ລວມ​ໃນ​ປີ 2015, ພ້ອມ​ທັງ​ປຶກສາ​ຫາລື​ມາດ​ຕະການ​ເພື່ອ​ໃຫ້​ເຕັກ​ໂນ​ໂລ​ຊີ​ຂໍ້ມູນຂ່າວສານນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ກວ່າ​ໃຫ້​ແກ່​​ປະຊາ​ຄົມ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ