ໄຂກອງປະຊຸມສຸດຍອດ ບັນດາວິສາຫະກິດ ອາເປັກ
Hà Thắng-Lê Bảo -  
(ພາບ: http://radiovietnam.vn)
(vovworld)- ຕອນເຊົ້າວັນທີ 9/11, ກອງປະຊຸມສຸດຍອດບັນດາວິສາຫະກິດອາເປັກ ໄດ້ໄຂຂຶ້ນຢູ່ປັກກິງ ປະເທດຈີນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວສຳຄັນທີ່ສຸດໃນສັບປະດາຂັ້ນສູງອາເປັກ ພວມດຳເນີນຢູ່ປັກກິງ ແລະ ກໍ່ແມ່ນເຫດການສຳຄັນທີ່ສຸດຂອງວົງການນັກທຸລະກິດ ແລະ ການນຳເສດຖະກິດພາກພື້ນອາຊີ-ປາຊີຟິກໃນປີ. ດ້ວຍຫົວຂໍ້ “ອະນາຄົດໃໝ່ຢູ່ອາຊີ-ປາຊີຟິກ: ຂໍ້ລິເລີ່ມ, ຮ່ວມສຳພັນ, ເຊື່ອມໂຍງ, ວັດທະນາຖາວອນ“, ກອງປະຊຸມດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າວິສາຫະກິດ 1200 ກ່ວາແຫ່ງມາຈາກ 21 ປະເທດສະມາຊິກອາເປັກ ພ້ອມກັບ 16 ປະເທດ ແລະ ເຂດແຄ້ວນນອກພາກພື້ນ.
ກ່າວຄຳເຫັນທີ່ວາລະໄຂ, ທ່ານປະທານປະເທດຈີນ ສືຈິນຜິງ ຕີລາຄາວ່າ: ພາກພື້ນອາຊີ-ປາຊີຟິກ ແມ່ນພາກພື້ນມີພື້ນຖານເສດຖະກິດຂະຫຍັນຂັນເຂື່ອນ, ມີລະດັບການເຕີບໂຕເສດຖະກິດວ່ອງໄວ, ມີຄວາມສາມາດບົ່ມຊ້ອນຮ່ວມມືໃຫ່ຍກ່ວາໝູ່ໃນໂລກ, ນຳໜ້າໃນການຟື້ນຟູຂອງພື້ນຖານເສດຖະກິດທົ່ວໂລກ. ທ່ານປະທານປະເທດຈີນ ສືຈິນຜິງ ຮຽກຮ້ອງບັນດາສະມາຊິກອາເປັກ ຈົ່ງມານະພະຍາຍາມຊຸກຍູ້ວິວັດການຫັນພື້ນຖານເສດຖະກິດໃນພາກພື້ນເປັນໜຶ່ງດຽວ, ເພີ່ມທະວີການຮ່ວມມືໃນພາກພື້ນແນໃສ່ສ້າງພື້ນຖານໃຫ້ແກ່ການພັດທະນາ./.
Hà Thắng-Lê Bảo