ໄຂກອງປະຊຸມສຸດຍອດກ່ຽວກັບຄວາມໝັ້ນຄົງຢູ່ພາກພື້ນຕາເວັນອອກກາງ

ໄຂກອງປະຊຸມສຸດຍອດກ່ຽວກັບຄວາມໝັ້ນຄົງຢູ່ພາກພື້ນຕາເວັນອອກກາງ - ảnh 1
ອົງ​ມົງ​ກຸດ​ລາ​ຊະ​ກຸມ​ມານ Bahrain Salman bin Hamad al-Khalifa
 (ພາບ: Reuters)

(vovworld) –  ວັນ​ທີ 5/12, ການ “ໂອ້​ລົມ​ສົນ​ທະ​ນາ​ປະ​ຈຳ​ປີ Manama 2014” ຄັ້ງ​ທີ 10, ກອງ​ປະ​ຊຸມ​ສຸດຍອດ​ກ່ຽວ​ກັບ​​ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ ຕາ​ເວັນ​ອອກ​ກາງ ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດສາ​ກົນ​ (IISS) ຈັດ​ຕັ້ງ, ໄດ້ໄຂ​ຂຶ້ນ​ຢູ່ Bahrain. ການ​ນຳ​ຂັ້ນ​ສູງ​ 400 ທ່ານເຊິ່ງ​ລວມ​ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ​, ເຈົ້າ​ໜ້າ​ທີ່​ປ​້ອງ​ກັນ​ຄວາມ​ສະ​ຫງົບ, ບັນ​ດາ​ນັກ​ໄຈ້​ແຍກ ແລະ ບັນ​ດາ​ນັກ​ຊ່ຽວ​ຊານ​ໃນ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ ແລະ ຈາກ​ທຸກໆ​​ປະ​ເທດໃນ​ໂລກ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ​ໃນ​ເວ​ລາ 3 ວັນ, ບັນ​ດາ​ຜູ້​ແທນ​ປຶກ​ສາ​ຫາ​ລື​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ຄື​ນ​ລັດ​ທິ​ຫົວ​ຮຸນ​ແຮງ​ໃນ​ພາກ​ພື້ນ ແລະ ​ປຶກ​ສາ​ຫາ​ລື​ວິ​ທີ​ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ​ຢູ່ ອີ​ຣັກ, ຊີ​ຣີ ແລະ Yemen, ກໍ່​ຄື​ໂຄງ​ການ​ນິວ​ເຄຼຍ​ຂອງ ອີ​ຣານ ແລະ ບັນ​ຫາ ປາ​ແລດ​ສະ​ຕີນ. ນອກ​ຈາກນັ້ນ, ກອງ​ປະ​ຊຸມກໍ່​ຈະ​ປຶກ​ສາ​ຫາ​ລື​ສະ​ພາບ​ການ​ຢູ່ ອາບ​ກາ​ນິດ​ສະ​ຖານ ແລະ ອີ​ຢີບ.

 


ຂ່າວ/ບົດ​ອື່ນ