ໄຂກອງປະຊຸມສັນຕິພາບ ຮ່າໂນ້ຍ

(VOVWORLD) -
ຄະນະກຳມະການສັນຕິພາບ ຫວຽດນາມ ຫວັງວ່າ ສະພາສັນຕິພາບໂລກ ຈະສືບຕໍ່ປັບປຸງ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບລະຫວ່າງບັນດາອົງການສະມາຊິກກ່ວາອີກ

ໄຂກອງປະຊຸມສັນຕິພາບ ຮ່າໂນ້ຍ - ảnh 1ກອງປະຊຸມສັນຕິພາບ ຮ່າໂນ້ຍ

ກອງປະຊຸມສັນຕິພາບ ຮ່າໂນ້ຍ, ເຊິ່ງເປັນການເຄື່ອນໄຫວເນື່ອງໃນໂອກາດກອງປະຊຸມໃຫຍ່ຄັ້ງທີ 22 ຂອງສະພາສັນຕິພາບໂລກ, ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ອວງຈູລືວ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ ເນັ້ນໜັກວ່າ:

        “ຄະນະກຳມະການສັນຕິພາບ ຫວຽດນາມ ຫວັງວ່າ ສະພາສັນຕິພາບໂລກ ຈະສືບຕໍ່ປັບປຸງ, ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບລະຫວ່າງບັນດາອົງການສະມາຊິກກ່ວາອີກ, ພ້ອມທັງເປີດກ້ວາງການຮ່ວມສຳພັນ, ເຕົ້າໂຮມບັນດາກຳລັງປະຊາທິປະໄຕກ້າວໜ້າ ຕໍ່ສູ້ເພື່ອສັນຕິພາບ, ຮ່ວມມື ແລະ ພັດທະນາຍຸຕິທຳ, ໝັ້ນຄົງໃນໂລກ ກ່ວາອີກ, ເພີ່ມທະວີບັນດາຂໍ້ລິເລີ່ມ ແລະ ຍູ້ແຮງບັນດາການເຄື່ອນໄຫວຄັດຄ້ານສົງຄາມ, ສະກັດກັ້ນການປະທະກັນ, ສະກັດກັ້ນການຊ່ວງເສັງອາວຸດ, ຮຽກຮ້ອງໃຫ້ລົບລ້າງບັນດາອາວຸດລ້າງຜານ, ສ້າງຄວາມສາມັກຄີກັບປະຊາຊົນບັນດາປະເທດພວມຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ; ຊຸກຍູ້ການເຄົາລົບບັນດາຫຼັກການຂອງກົດໝາຍສາກົນ ແລະ ກົດບັດ ສປຊ”.

ຕອບກັບ

ຂ່າວ/ບົດ​ອື່ນ