ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ABU: ​ສື່ມວນ​ຊົນຢ່າງ​ມີ​ຫົວ​ຄິດ​ປະ​ດ​ິດ​ສ້າງ ແລະ ປ່ຽນ​ແປງ​ໃໝ່​ໃນ​ໄລ​ຍະ​ເກີດ​ວິ​ກິດ​ການ

(VOVWORLD) -ນີ້ຈະແມ່ນໂອກາດເພື່ອໃຫ້ບັນດາສະມາຊິກ ABU ແລກປ່ຽນບົດຮຽນ, ປະສົບການ ກ່ຽວກັບວິທີແກ້ໄຂໃນໄລຍະເກີດໂລກລະບາດໂຄວິດ - 19 ນັບແຕ່ການສັບຊ້ອນການເຄື່ອນໄຫວ ແລະ ການເຮັດວຽກຢູ່ເຮືອນ ຕະຫຼອດຮອດການຜະລິດອອກບັນດາຊ່ອງໂຄສະນາ, ສຶກສາໃນໄລຍະວິກິດການນີ້.

ຕອນບ່າຍວັນທີ 15 ທັນວາ, ສະຫະສະມາຄົມ ກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU) ໄດ້ຈັດພິທີໄຂກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 57 ຂຶ້ນ ຕາມຮູບການທາງອອນລາຍ, ດ້ວຍຫົວຂໍ້ “ສື່ມວນຊົນໃນໄລຍະເກີດວິກິດການ: ປະດິດຄິດສ້າງ ແລະ ປ່ຽນແປງໃໝ່ຮັບໃຊ້ດ້ວຍຫຼາຍພາຫະນະ”. ກອງປະຊຸມຄັ້ງນີ້ ຈະພິຈາລະນາບັນດາການເຄື່ອນໄຫວ, ວິທີການສຳຜັດປ່ຽນແປງໃໝ່ ແລະ ມີຫົວຄິດປະດິດສ້າງຂອງບັນດາສະມາຊິກໃນໄລຍະເກີດວິກິດການທີ່ບໍ່ເຄີຍມີມາກ່ອນຄືປັດຈຸບັນ. ນີ້ຈະແມ່ນໂອກາດເພື່ອໃຫ້ບັນດາສະມາຊິກ ABU ແລກປ່ຽນບົດຮຽນ, ປະສົບການ ກ່ຽວກັບວິທີແກ້ໄຂໃນໄລຍະເກີດໂລກລະບາດໂຄວິດ - 19 ນັບແຕ່ການສັບຊ້ອນການເຄື່ອນໄຫວ ແລະ ການເຮັດວຽກຢູ່ເຮືອນ ຕະຫຼອດຮອດການຜະລິດອອກບັນດາຊ່ອງໂຄສະນາ, ສຶກສາໃນໄລຍະວິກິດການນີ້.

ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ABU: ​ສື່ມວນ​ຊົນຢ່າງ​ມີ​ຫົວ​ຄິດ​ປະ​ດ​ິດ​ສ້າງ ແລະ ປ່ຽນ​ແປງ​ໃໝ່​ໃນ​ໄລ​ຍະ​ເກີດ​ວິ​ກິດ​ການ - ảnh 1 ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເຖ໊ກີ໋ ກ່າວຄຳເຫັນທີ່ພິທີ 

ກ່າວຄຳເຫັນທີ່ພິທີ, ທ່ານຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນເຖ໊ກີ໋ ໄດ້ສົ່ງຄຳເຊື້ອເຊີນຢ່າງເປັນທາງການເຖິງຜູ້ແທນສາກົນ ມາເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ABU ຄັ້ງທີ 58 ເຊິ່ງຄາດວ່າຈະຈັດຂຶ້ນໃນທ້າຍເດືອນ ຕຸລາ ປີ 2021 ຢູ່ ນະຄອນຫຼວງ ຮ່າໂນ້ຍ ໂດຍວິທະຍຸກະຈາຍສຽງຫວຽດນາມ ເປັນເຈົ້າພາບຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ