ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 2 ຂອງລັດຖະບານຫວຽດນາມ

ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 2 ຂອງລັດຖະບານຫວຽດນາມ - ảnh 1
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມຫງວຽນ​ເຕິ້ນ​ຢຸງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ 2

(vovworld)- ວັນ​ທີ 2/3, ຢ​ູ່​ຮ່າ​ໂນ້ຍ, ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມຫງວຽນ​ເຕິ້ນ​ຢຸງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ 2 ແນ​ໃສ່​ຕີ​ລາ​ຄາ​ສະ​ພາບ​ການ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ເດືອນ 2 ແລະ ໃນ 2 ເດືອນ​ຕົ້ນ​ປີ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມຫງວຽນ​ເຕິ້ນ​ຢຸງ ໄດ້​ເນັ້ນ​ໜັກ​ເຖິງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ແຫ່ງ​ຊາດ ແມ່ນ​ປັດ​ໄຈ​ຕັດ​ສິນ​ການ​ເຕີບ​ໂຕ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ. ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມຫງວຽນ​ເຕິ້ນ​ຢຸງ ຍັງ​ສະ​ເໜີ​ໃຫ້​ຍູ້​ແຮງ​ການ​ໂຄ​ສະ​ນາ​ບັນ​ດາ​ຜົນ​ກະ​ທົບ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ຂອງ​ປະ​ເທດ​ຊາດ ຕິດ​ພັນ​ກັບ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຕິດ​ຕາມກວດ​ກາ ແລະ ສັງ​ເກດ​ຕີ​ລາ​ຄາ​ສັງ​ຄົມ​ຂອງ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ທີ່​ມີ​ຕໍ່​ບັນ​ຫາ​ທີ່​ພົ້ນ​ເດັ່ນ​ໃນ​ຊີ​ວິດ​ການ​ເປັນ​ຢູ່
ຂ່າວ/ບົດ​ອື່ນ