ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດລາວ ຊຸດທີ 7
(ພາບ: kpl.net.la)
(vovworld) – ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດລາວ ຊຸດທີ 7 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 07/07, ຢູ່ນະຄອນຫຼວງວຽງຈັນ, ດ້ວຍການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດລາວ ຈູມມາລີ ໄຊຍະສອນ, ບັນດາການນຳພັກ, ລັດ, ຜູ້ຕາງໜ້າແນວລາວສ້າງຊາດ, ບັນດາສະມາຊິກສະພາແຫ່ງຊາດ ແລະ ບັນອົງການຈັດຕັ້ງມະຫາຊົນທຸກຂັ້ນ. ກ່າວສູນທອນພົດໄຂກອງປະຊຸມ, ທ່ານນາງ ປານີ ຢາທໍຕູ້, ປະທານສະພາແຫ່ງຊາດລາວ ໃຫ້ຮູ້ວ່າ ກອງປະຊຸມຄັ້ງນີ້ຈະສຸມໃສ່ຄົ້ນຄວ້າ, ປຶກສາຫລື ແລະ ຮັບຮອງເອົາບັນດາບັນຫາສຳຄັນຄື: ປຶກສາຫາລື, ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບສະພາບການຈັດຕັ້ງແຜນການພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດສົກປີ 2013 – 2014, ທິດທາງປະຕິບັດວຽກງານສົກປີ 2014 – 2015; ປຶກສາຫາລື, ຮັບຮອງເອົາບັນຊີລາຍຊື່ສະເໜີ, ຊັບຊ້ອນພະນັກງານລັດຖະບານຕາມຄຳສະເໜີຂອງນາຍົກລັດຖະມົນຕີ ແລະ ບັນດາບັນຫາສຳຄັນອື່ນໆ. ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດລາວ ຊຸດທີ 7 ດຳເນີນໄປແຕ່ວັນທີ 07 ຫາວັນທີ 25/07.