(vovworld) – ຕອນເຊົ້າວັນທີ 20/5, ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 ຖືກໄຂຂຶ້ນຢ່າງເປັນທາງການຢູ່ ຮ່າໂນ້ຍ. ເຂົ້າຮ່ວມວາລະໄຂ, ມີການທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ແລະ ສສຊ ປະມານ 500 ທ່ານ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເນັ້ນໜັກວ່າ: ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຖືກດຳເນີນໄປໃນສະພາບພາກພື້ນ ແລະ ໂລກມີຄວາມສັບສົນຫຼາຍຢ່າງ, ສະພາບການຢູ່ທະເລຕາເວັນອອກພວມຜັນແປໄປຢ່າງສັບສົນ. ດັ່ງນັ້ນ, ທີ່ກອງປະຊຸມຄັ້ງນີ້, ນອກຈາກເນື້ອໃນຈຸດສຸມແມ່ນປຶກສາຫາລື ແລະ ຮັບຮອງເອົາຮ່າງກົດໝາຍ 11 ສະບັບ, ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍອື່ນອີກ 16 ສະບັບ, ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ປີ 2013 ແລະ ຊຸມເດືອນຕົ້ນປີ 2014.... ມີເນື້ອໃນອີກອັນໜຶ່ງກໍ່ໄດ້ຮັບການເຕື້ອງເຖິງນັ້ນແມ່ນສະພາບການຢູ່ທະເລຕາເວັນອອກ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ກ່າວວ່າ:
“ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະຮັບຟັງ ແລະ ປຶກສາຫາລືການລາຍງານຂອງລັດຖະບານກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ປະກອບຄຳເຫັນກ່ຽວກັບບັນຫານີ້ດ້ວຍຈິດໃຈ ໃຊ້ທຸກໆມາດຕະການເດັດດຽວຕໍ່ສູ້ປົກປັກຮັກສາອະທິປະໄຕຂອງປະເທດຊາດ, ພ້ອມທັງຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢ່າງເດັດຂາດເພື່ອພັດທະນາປະເທດຊາດ, ຍືດໝັ້ນການຮັກສາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ຈີນ ໃຫ້ໝັ້ນຄົງ”
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງໃຫ້ຮູ້ວ່າ: ສະພາແຫ່ງຊາດກໍ່ພິຈາລະນາການລາຍງານວຽກງານຂອງບັນດາອົງການຂອງສະພາແຫ່ງຊາດ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ຕັດສິນບາງບັນຫາສຳຄັນຈຳນວນໜຶ່ງ.
ທີ່ວາລະປະຊຸມໃນຕອນເຊົ້າວັນທີ 20/5, ສະພາແຫ່ງຊາດໄດ້ຮັບຟັງການລາຍງານຂອງລັດຖະບານຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2013, ເລື່ອງຜັນຂະຫຍາຍປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານຂອງລັດຊຸມເດືອນຕົ້ນປີ 2014, ບົດລາຍງານກວດກາຂອງກຳມາທິການເສດຖະກິດຂອງ ສະພາແຫ່ງຊາດສຳລັບບັນດາບົດລາຍງານຂອງລັດຖະບານ. ກໍ່ໃນວາລະໄຂນີ້, ຜູ້ຕາງໜ້າແນວໂຮມປະເທດຊາດ ຫວຽດນາມ ສະເໜີບົດລາຍງານຮອບຮ່ວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງເຖິງສະພາແຫ່ງຊາດ. ໃນວັນທຳອິດຂອງກອງປະຊຸມນີ້, ສະພາແຫ່ງຊາດຮັບຟັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ລາຍງານກ່ຽວກັບສະພາບການຢູ່ທະເລຕາເວັນອອກ.