ໄຂ​ກອງ​ປະ​ຊຸມສຳ​ມະ​ນາ​ສາ​ກົນ ຫວຽດ​ນາມ ວິ​ທະ​ຍາ ຄັ້ງ​ທີ VI: ຫວຽດ​ນາມ ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -    ວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນປັນດິດວິທະຍາສາດ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ຈັດກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາ ຄັ້ງທີ VI ດ້ວຍຫົວຂໍ້: “ຫວຽດນາມ ເປັນເຈົ້າການເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ”.
ໄຂ​ກອງ​ປະ​ຊຸມສຳ​ມະ​ນາ​ສາ​ກົນ ຫວຽດ​ນາມ ວິ​ທະ​ຍາ ຄັ້ງ​ທີ VI: ຫວຽດ​ນາມ ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

     ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ ບົດລາຍງານການເມືອງ ໃນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ໃຫ້ຂໍ້ສັງເກດກ່ຽວກັບສະພາບການຜັນແປຂອງໂລກ, ໃນນັ້ນ ໄດ້ເນັ້ນໜັກເຖິງການຫັນເປັນໂລກາພິວັດ ແລະ ການເຊື່ອມໂຍງສາກົນ ເຖິງວ່າຍັງປະສົບກັບສິ່ງກີດຂວາງຫຼາຍຢ່າງກໍຕາມ ແຕ່ຍັງແມ່ນທ່າອ່ຽງຫຼັກ; ການພັດທະນາແບບຍືນຍົງສືບຕໍ່ແມ່ນທ່າອ່ຽງກວມລວມ. ພ້ອມດຽວກັນນັ້ນ ທ່ານກໍໄດ້ຢັ້ງຢືນກ່ຽວກັບທັດສະນະພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ໂດຍອີງໃສ່ວິທະຍາສາດ ແລະ ເຕັກໂນໂລຢີ, ການປະສົມກົມກຽວລະຫວ່າງເສດຖະກິດກັບວັດທະນະທຳ - ສັງຄົມ; ເປັນເຈົ້າການຍາດແຍ່ງກາລະໂອກາດພັດທະນາໃນສະພາບການໂລກພາຍຫຼັງໂລກລະບາດໂຄວິດ - 19 ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4…

        ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ, ໄປຄຽງຄູ່ກັບກາລະໂອກາດ, ຄວາມສະດວກນັ້ນ, ຫວຽດນາມ ກໍຄືປະເທດອື່ນໆໃນໂລກ ຕ່າງກໍປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ຫຼາຍບັນຫາເກີດຂຶ້ນໃໝ່, ຕ້ອງມີການຮັບຮູ້ຢ່າງຖືກຕ້ອງ ແລະ ມີວິທີແກ້ໄຂຢ່າງທັນການ, ມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ສືບຕໍ່ສ້າງເນື້ອໃນຂອງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າໃຫ້ຈະແຈ້ງ ແລະ ເລິກເຊິ່ງ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ກໍຄືທີ່ຕັ້ງບົດບາດຂອງວັດທະນະທຳໃນການພັດທະນາແບບຍືນຍົງ, ໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ມີວິທີການສຳຜັດທີ່ເໝາະສົມເພື່ອຕໍ່ສູ່ກັລການກະທຳທີ່ບໍ່ຖືກຕ້ອງຕາມທຳນຽມວັດທະນະທຳໃຫ້ມີປະສິດທິຜົນ; ວາງອອກມາດຕະການແກ້ໄຂສິ່ງທີ່ຍັງຄົງຄ້າງ, ການຂັດແຍ້ງທີ່ເກີດຂຶ້ນໃໝ່ໃຫ້ມີປະສິດທິຜົນ, ຮັບປະກັນການປະຕິບັດຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ, ເສີມຂະຫຍາຍບົດບາດ ແລະ ກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ