ໄຂກອງປະຊຸມຮ່ວມມືຊາວໜຸ່ມຫວຽດນາມ-ລາວ-ກຳປູເຈຍ
ທ່ານຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ ເຂົ້າຮ່ວມກອງປະຊຸມ
(vovworld) - ຕອນເຊົ້າວັນທີ 8/12, ທີ່ຮ່າໂນ້ຍ, ໄດ້ໄຂກອງປະຊຸມຮ່ວມມືຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ປີ 2014 ດ້ວຍການເຂົ້າຮ່ວມຂອງຜູ້ແທນຊາວໜຸ່ມ 3 ປະເທດ 60 ຄົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮ່ວາງບິ່ງກວານ, ຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ, ຢັ້ງຢືນວ່າກອງປະຊຸມຮ່ວມມືຊາວໜຸ່ມ ຫວຽດນາມ, ລາວ, ກຳປູເຈຍ ແມ່ນການເຄື່ອນໄຫວແທດຈິງປະກອບສ່ວນສຶກສາມູນເຊື້ອການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ, ລາວ, ກຳປູເຈຍ ໃຫ້ແກ່ລຸ້ນໜຸ່ມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງຂອງບັນດາອົງການຊາວໜຸ່ມແລກປ່ຽນບົດຮຽນໃນການປະຕິບັດງານ, ຮ່ຳຮຽນເອົາບົດຮຽນເຊິ່ງກັນ ແລະ ກັນ, ຢ້ຽມຢາມສະພາບຕົວຈິງເພື່ອສຳພັດວິທີເຮັດທີ່ດີ, ບັນດາຮູບແບບທີ່ດີ.
ພາຍຫຼັງພິທີໄຊ, ຊາວໝຸ່ມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ເຂົ້າຮ່ວມກອງປະຊຸມສຳນະມາ: “ບົດຮຽນໃນການຈັດຕັ້ງການເຄື່ອນໄຫວຊາວໜຸ່ມອາສາສະໝັກເພື່ອປະຊາຄົມ, ຊີວິດສັງຄົມ” ແລະ “ຊາວຫນຸ່ມປະກອບສ່ວນຮັກສາ ແລະ ເສີມຂະຫຍາຍມູນເຊື້ອ, ນ້ຳໃຈສາມັກຄີມິດຕະພາບ, ການຮ່ວມມືພັດທະນາລະຫວ່າງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ”. ບັນດາຜູ້ແທນຊາວໜຸ່ມພ້ອມກັນແລກປ່ຽນ, ປຶກສາຫາລື, ແບ່ງປັນບົດຮຽນ, ເຮັດແຈ້ງມາດຕະການເສີມຂະຫຍາຍບົດບາດຂອງຊາວໜຸ່ມ 3 ປະເທດໃນການເຄື່ອນໄຫວຂອງຊາວໜຸ່ມ, ຈາກນັ້ນເພີ່ມທະວີການພົວພັນມິດຕະພາບ, ນ້ຳໃຈສາມັກຄີລະຫວ່າງຊາວໜຸ່ມ ແລະ ປະຊາຊົນ 3 ປະເທດ.