(ພາບ:baobinhphuoc.com.vn)
( vovworld ) – ວັນທີ 3/9, ກອງປະຊຸມພາກພື້ນແມ່ນ້ຳຂອງ-ແມ່ນ້ຳຮັ່ງ (MGC) ຄັ້ງທີ 6 ໄດ້ຖືກໄຂຂຶ້ນດ້ວຍວາລະປະຊຸມຂອງບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ຢູ່ນະຄອນຫຼວງນີວເດລີ ປະເທດອິນເດຍ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ Pham Quang Vinh ເຂົ້າຮ່ວມກອງປະຊຸມ. ໃນການເຮັດວຽກເປັນເວລາ 2 ວັນ, ບັນດາເຈົ້າໜ້າທີ່ການທູດໄດ້ຕີລາຄາຄືນໃໝ່ການຮ່ວມມືລະຫວ່າງບັນດາປະເທດສະມາຊິກໃນພາກພື້ນແມ່ນ້ຳຂອງ-ແມ່ນ້ຳຮັ່ງ; ພິຈາລະນາການປະຕິບັດບັນດາຂໍ້ຕົກລົງໄດ້ຍົກອອກມາທີ່ກອງປະຊຸມພາກພື້ນແມ່ນ້ຳຂອງ-ແມ່ນ້ຳຮັ່ງຄັ້ງທີ 5 ແລະ ວາງອອກທິດທາງໃນອະນາຄົດເພື່ອແນໃສ່ເພີ່ມທະວີການຮ່ວມມືໃນພາກພື້ນ. ການຮ່ວມມືໃນພື້ນແມ່ນ້ຳຂອງ-ແມ່ນ້ຳຮັ່ງ ໄດ້ຖືກສ້າງຕັ້ງຂຶ້ນເມື່ອວັນທີ 10/11/2000 ຢູ່ວຽງຈັນ ປະເທດລາວ ເພື່ອແນໃສ່ຈຸດປະສົງວາງອອກວິໄສທັດໃຫ້ແກ່ການຮ່ວມມືລະຫວ່າງອິດເດຍ ແລະ 5 ປະເທດສະມາຊິກໃນພື້ນແມ່ນ້ຳຂອງ-ແມ່ນ້ຳຮັ່ງ. ມາຮອດປະຈຸບັນ, ມີ 4 ຂົງເຂດໄດ້ຮັບການກຳນົດບຸລິມະສິດຮ່ວມມືລະຫວ່າງບັນດາສະມາຊິກພາກພື້ນແມ່ນ້ຳຂອງ-ແມ່ນ້ຳຮັ່ງ ຄື: ການທ່ອງທ່ຽວ, ການສຶກສາ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຄົມມະນາຄົມຕິດຕໍ່ພົວພັນ.