(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 28/06, ຢູ່ນະຄອນຫຼວງ Bandar Seri Begawan, ປະເທດ ບຣຸໄນ, ບັນດາເຈົ້າໜ້າທີ່ຂັ້ນສູງອາຊຽນ ໄດ້ຈັດກອງປະຊຸມເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ປະຈຳປີຄັ້ງທີ 46 (AMM 46) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ເຊິ່ງຈະໄຂຂຶ້ນໃນວັນທີ 30/06. ນີ້ແມ່ນການປະຊຸມຈັດກ່ຽມໃຫ້ບັນດາລາຍການເຄື່ອນໄຫວ, ເນື້ອໃນລາຍການປະສານງານ, ພ້ອມທັງກວດການຄືນບັນດາບັນຊີລາຍຊື່ເອກະສານຈະໄດ້ຮັບການຮັບຮອງເອົາທີ່ກອງປະຊຸມຄັ້ງນີ້. ກອງປະຊຸມລັດຖະມົນຕີອາຊຽນ ແມ່ນເຫດການປະຈຳປີທີ່ສຳຄັນ, ສະຫຼຸບບັນດາບັນຫາສຳຄັນທີ່ສຸດຂອງອາຊຽນ ໃນປີ 2013 ເພື່ອຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງ, ຄາດວ່າຈະຈັດຂຶ້ນໃນເດືອນ 10 ຈະມາເຖິງ. ໃນສະພາວະທີ່ກຳນົດເວລາທີ່ສ້າງປະຊາຄົມອາຊຽນ ໃຫ້ເປັນຮູບປະທຳພວມຫຍັບເຂົ້າໃກ້, ພ້ອມທັງສະພາບການໃນພາກພື້ນ ແລະ ສາກົນ ພວມມີການຜັນແປຢ່າງສັບສົນ, ມັນຮຽກຮ້ອງໃຫ້ບັນດາລັດຖະມົນຕີອາຊຽນ ຕ້ອງຍົກອອກແຜນການພັດທະນາຢ່າງມີປະສິດທິຜົນ ແລະ ເຊື່ອມຈອດອາຊຽນ ກໍຄືລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື.