ໄຂກອງປະຊຸມເທື່ອທີ 15 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມເທື່ອທີ 15 ເພື່ອສຳເລັດບັນດາວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 14
ໄຂກອງປະຊຸມເທື່ອທີ 15 ຄະນະປະຈຳສະພາແຫ່ງຊາດ - ảnh 1ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມເທື່ອທີ 15  (ພາບ: http://quochoi.vn)

ຕອນບ່າຍວັນທີ 11 ຕຸລາ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມເທື່ອທີ 15 ເພື່ອສຳເລັດບັນດາວຽກງານກະກຽມໃຫ້ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 14, ຊຶ່ງຄາດວ່າ ຈະຖືກໄຂຂຶ້ນໃນວັນທີ 23 ຕຸລາ. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງີນ ໃຫ້ຮູ້ວ່າ: ຄະນະປະຈຳສະພາແຫ່ງຊາດຈະປຶກສາຫາລືບັນດາບົດລາຍງານຕີລາຄາໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ 2017; ແຜນການພັດທະນາເສດຖະກິດສັງຄົມ, ແຜນງົບປະມານ ແລະ ວິທີການຈັດແບ່ງງົບປະມານສູນກາງປີ 2018…ກ່ຽວກັບວຽກງານກະກຽມບຸກຄະລາກອນທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕັດສິນທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ຈະມາເຖິງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງີນ ໃຫ້ຮູ້ວ່າ:

        “ທີ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຄາດຄະເນຈະພິຈາລະນາຂໍ້ຕົກລົງບຸກຄະລາກອນການນຳຂັ້ນສູງ. ເນື້ອໃນດັ່ງກ່າວ ຍ້ອນວ່າຫາກໍ່ສິ້ນສຸດກອງປະຊຸມສູນກາງພັກ ດັ່ງນັ້ນ ສະເໜີຄະນະວຽກງານສະມາຊິກສະພາແຫ່ງຊາດ ສົມທົບກັນຢ່າງແໜ້ນແຟ້ນກັບຄະນະຈັດຕັ້ງສູນກາງ ໂດຍໄວ ແລະ ທັນການ”.

 

ຕອບກັບ

ຂ່າວ/ບົດ​ອື່ນ