ໄຂກອງປະຊຸມໃຫຍ່ພາສາສາກົນທົ່ວໂລກຄັ້ງທີ 97 (ຫຼື UK 97)

ໄຂກອງປະຊຸມໃຫຍ່ພາສາສາກົນທົ່ວໂລກຄັ້ງທີ 97 (ຫຼື UK 97) - ảnh 1
UK 97 ດຶງດູດການເຂົ້າຮ່ວມຂອງບັນດານັກພາສາຕ່າງປະເທດໂລກ ແລະ ຫວຽດນາມເປັນຈຳນວນຫຼວງຫຼາຍ

(vovworld) - ຕອນ​ເຊົ້າ​ວັນ​ທີ 29/7, ຢູ່ ຮ່າ​ໂນ້ຍ, ​ໄດ້​​ໄຂ​ກອງ​ປະ​ຊຸມ​ໃຫຍ່​ພາສາສາກົນ​ທົ່ວ​ໂລກ ຄັ້ງ​ທີ 97 (ຫຼື UK 97). ກອງ​ປະຊຸມ​ໃຫຍ່ ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ພາສາ​ສາກົນ​ຫວຽດນາມ, ສະມາຄົມ​ພາສາ​ສາກົນທົ່ວ​ໂລກ ສົມທົບ​ກັນ​ຈັດ​ຕັ້ງຂຶ້ນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ເປັນ​ເຈົ້າ​ພາບຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ພາສາ​ສາກົນ​ທົ່ວ​ໂລກ ຄັ້ງ​ທີ 97 ​ແມ່ນ​ຄວາມ​ເປັນ​ກຽດ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຫວຽດນາມ, ພ້ອມ​ທັງ​ເປັນ​​ໂອກາດ​ເພື່ອ​ໃຫ້​ຫວຽດນາມ ຕອບ​ບຸນ​ແທນ​ຄຸນ​ບັນດາ​ເພື່ອ​ນມິ​ດສາກົນ ​ໄດ້​ສະໜັບສະໜູນ​ຫວຽດນາມ ຢ່າງ ສຸດ​ຈິດ​ສຸດ​ໃຈ ​ແລະ ​ແນະນຳ​ເຖິງ​ເພື່ອນ​ຂອງ​ຕົນ​ ກ່ຽວ​ກັບປະ​ເທດ​ຫວຽດນາມ ຮັກຫອມ​ສັນຕິພາບ ພວມ​ຢູ່ໃນ​ໄລຍະ​ພັດທະນາ ​ແລະ ​ເຊຶ່ອ​ມ​ໂຍງ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ Nguyen Thi Doan ຊີ້​ແຈງ​ວ່າ:

“ຂ້າພະ​ເຈົ້າ​ຢືນຢັນ​ການ​ສະໜັບ​ສະ​ໜູນ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ຂະ​ບວນການ​ພາສາ​ສາກົນທັງພາຍ​ໃນ​​ ​ແລະ ​ຕ່າງປະ​ເທດ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ພາສາ​ສາກົນ ຈະ​ສືບ​ຕໍ່​ກາຍ​ເປັນ​ພາສາ​ສາກົນ ​ເພື່ອ​ສະໜິດ​ຕິດ​ພັນ​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ ​ເພື່ອ​ສັນຕິພາບ, ການພັດທະນາ ​ແລະ ຮ່ວມ​ມື. ດ້ວຍ​ຈິດ​ໃຈ​ຫວຽດນາມ ​ແມ່ນ​ເພື​່ອນມິດ, ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ແມ່ນ​ສະມາ​ຊິກ​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ, ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ສັນຕິພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື ຈະ​ນຳ​ມາ​ເຊິ່ງຊີວິດ​ທີ່​ອິມໜຳ​ສຳລານ​ ​ແລະ ຜາ​ສຸກ​ໃຫ້​ແກ່​​ທຸກຄົນ.”

ຂ່າວ/ບົດ​ອື່ນ