ໄຂງານຕະຫລາດນັດໝູ່ບ້ານຫັດຖະກຳ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2020

(VOVWORLD) -  ຕອນຄ່ຳວັນທີ 05 ພະຈິກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດຕັ້ງພິທີໄຂງານຕະຫລາດນັດໝູ່ບ້ານຫັດຖະກຳ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2020 ແລະ ມອບລາງວັນການແຂ່ງຂັນຜະລິດຕະພັນຫັດຖະກຳສິລະປະ ຫວຽດນາມ ປີ 2020 ຢູ່ ຮ່າໂນ້ຍ.
ໄຂງານຕະຫລາດນັດໝູ່ບ້ານຫັດຖະກຳ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2020 - ảnh 1 ງານຕະຫລາດນັດໝູ່ບ້ານຫັດຖະກຳ ແລະ ຜະລິດຕະພັນ OCOP ຫວຽດນາມ ປີ 2020. ພາບ: TTXVN

        ດ້ວຍຮ້ານວາງສະແດງ 150 ຮ້ານຂອງກ່ວາ 30 ແຂວງ, ນະຄອນໃນທົ່ວປະເທດ, ງານຕະຫລາດນັດໄດ້ແນະນຳ, ວາງຂາຍບັນດາຜະລິດຕະພັນໝູ່ບ້ານຫັດຖະກຳຄື: ສິລະປະຫັດຖະກຳກ້ອງແຂນຄຳ, ເຄື່ອງປັ້ນດິນເຜົາ, ແກ້ວ, ແກ້ຄວັດສະຫຼັກ…ນອກນັ້ນ ຍັງມີຫລາຍປະເພດສິນຄ້າກະສິກຳ, ປ່າໄມ້, ສິນໃນນ້ຳຄື: ທັນຍາຫານ, ໝາກໄມ້ ແລະ ເຄື່ອງດື່ມ ຮັບປະກັນຕົ້ນກຳເນີດ, ພິເສດແມ່ນບັນດາຜະລິດຕະພັນໄດ້ຮັບໃບຢັ້ງຢືນ OCOP.

        ທີ່ງານຕະຫລາດນັດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກໍ່ໄດ້ມອບລາງວັນການແຂ່ງຂັນຜະລິດຕະພັນຫັດຖະກຳສິລະປະ ຫວຽດນາມ ປີ 2020 ລວມມີ: ລາງວັນໜຶ່ງ 5 ລາງວັນ, ລາງວັນສອງ 5 ລາງວັນ, ລາງວັນສາມ 5 ລາງວັນ ແລະ ລາງວັນຊົມເຊີຍ 27 ລາງວັນໃຫ້ບັນດາຜະລິດຕະພັນທີ່ມີລັກສະນະປະດິດສ້າງ, ເຕັມໄປດ້ວຍມູນຄ່າວັດທະນະທຳຂອງ ຫວຽດນາມ. ທີ່ພິທີມອບລາງວັນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ປຸກລະດົມການແຂ່ງຂັນຜະລິດຕະພັນຫັດຖະກຳສິລະປະ ຫວຽດນາມ ປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ