ໄຂ​ງານ​ບູນ ກາ​ເຟ ບວນ​ມາ​ທວດ ຄັ້ງ​ທີ 8 ປີ 2023

(VOVWORLD) -ງານບຸນກາເຟ ບວນມາທວດ ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 10 ມີນາ ຢູ່ ນະຄອນ ບວນມາທວດ, ແຂວງ ດັກລັກ ດ້ວຍຫົວຂໍ້ “ບວນມາທວດ - ດິນແດງແຫ່ງກາເຟໂລກ”, ງານບຸນດັ່ງກ່າວໄດ້ເອົາໃຈໃສ່ຕໍ່ການໂຄສະນາການພັດທະນາກາເຟທີ່ມີຄຸນນະພາບສູງ, ກາເຟທີ່ເປັນເອກະລັກຂອງ ຫວຽດນາມ, ນຳບວນມາທວດ ກາຍເປັນດິນແດນຂອງກາເຟໂລກ. 
ໄຂ​ງານ​ບູນ ກາ​ເຟ ບວນ​ມາ​ທວດ ຄັ້ງ​ທີ 8 ປີ 2023 - ảnh 1ພິທີໄຂງານບຸນກາເຟ (ພາບ: cand.com.vn)

ເພື່ອພັດທະນາຂະແໜງກາເຟແບບຍືນຍົງ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ສະເໜີວ່າ:

        “ຕ້ອງສ້າງຍຸດທະສາດໂຄສະນາ, marketing, ກຳນົດຈຸດຢືນຂອງເຄື່ອງໝາຍການຄ້າໃຫ້ເໝາະສົມ. ເອົາໃຈໃສ່ເຖິງການສົ່ງເສີມ, ສ້າງຕັ້ງສາຍສຳພັນຢ່າງແໜ້ນແຟ້ນ, ຍືນຍົງລະຫວ່າງວິສາຫະກິດ, ສະຫະກອນ ກັບຜູ້ປູກກາເຟ; ພັດທະນາການຄ້າເອເລັກໂຕນິກ, ຫັນຊ່ອງທາງຈຳໜ່າຍເປັນຫຼາຍຮູບແບບ, ຍົກສູງປະສິດທິຜົນການເຊື່ອມຕໍ່ລະຫວ່າງຜູ້ຜະລິດກັບຕະຫຼາດຈຳໜ່າຍ. ຍູ້ແຮງການພັດທະນາກາເຟທີ່ມີຄຸນນະພາບສູງ, ກາເຟພິເປັນເອກະລັກ ຫວຽດນາມ ດ້ວຍລົດຊາດພິເສດ, ສະເພາະ ແລະ ໄດ້ຮັບການຢັ້ງຢືນບັນລຸຕາມມາດຕະຖານສາກົນ ຕອບສະໜອງຄວາມຕ້ອງການຂອງຜູ້ອຸໂພກທີ່ເພີ່ມຂຶ້ນນັບມື້ນັບສູງ.”

        ປັດຈຸບັນ, ດັກລັກມີເນື້ອທີ່ປູກກາເຟກວ່າ 210.000 ເຮັກຕາ,  ສະມັດຕະພາບການຜະລິດບັນລຸໄດ້ກວ່າ 520.000 ໂຕນ, ກວມເອົາກວ່າ 30% ປະລິມານກາເຟທົ່ວປະເທດ. ກາເຟຂອງ ດັກລັກ ໄດ້ສົ່ງອອກໄປຍັງນັບຮ້ອຍປະເທດ ແລະ ເຂດແຂວ້ນໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ