ໄຂງານບຸນ ກາເຟ ແຂວງເຊີນລາ ຄັ້ງທີ 1

(VOVWORLD) -ຕອນຄ່ຳວັນທີ 20 ຕຸລາ ຢູ່ ນະຄອນ ເຊີນລາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມພິທີໄຂງານບຸນ ກາເຟ ເຊີນລາ ຄັ້ງທີ 1 ປີ 2023 ຊື່ງດຳເນີນແຕ່ວັນທີ 20 -23 ຕຸລາ ດ້ວຍການເຄື່ອນໄຫວຫລາຍຢ່າງຄື: ກອງປະຊຸມສຳມະນາກ່ຽວກັບການພັດທະນາແບບຍືນຍົງ, ຍົກສູງລະດັບມູນຄ່າກາເຟ ເຊີນລາ, ງານແຂ່ງຂັນຊາວກະສິກອນດີເດັ່ນ, ລາຍການທ່ອງທ່ຽວ…

ໄຂງານບຸນ ກາເຟ ແຂວງເຊີນລາ ຄັ້ງທີ 1 - ảnh 1ລາຍການສິລະປະ: "Arabica  ເຊີນລາ"  ພາບ:VOV

ກ່າວຄຳເຫັນໄຂພິທີ, ທ່ານຫງວຽນຫຶງດົງ, ເລຂາພັກແຂວງ, ຫົວຫນ້າ ຄະນະສະມາຊິກສະພາແຫ່ງຊາດ ແຂວງ ເຊີນລາ ເນັ້ນຫນັກວ່າ:

 “ດ້ວຍການເຄື່ອນໄຫວຫລາຍຢ່າງ, ງານບຸນກາເຟ ເຊີນລາ ຄັ້ງນີ້ ປາດຖະຫນາຢາກແນະນຳ ໂຄສະນາ ສະຫນອງຂໍ້ມູນລະອຽດກ່ຽວກັບ ຜະລິດຕະພັນກາເຟ Arabica ເຊີນລາ ເຖິງບັນດາວິສາຫະກິດ, ຜູ້ບໍລິໂພກຢູ່ ພາຍໃນ ແລະ ຕ່າງປະເທດ; ດຶງດູດບັນດາວິສາຫະກິດມາລົງທຶນກໍ່ສ້າງໂຮງງານປຸງແຕ່ງບັນດາຜະລິດຕະພັນກາເຟ ເພື່ອຍົກສູງຄຸນຄ່າຂອງ ກາເຟ.”

ຕອນບ່າຍວັນດຽວກັນ ຢູ່ ນະຄອນ ເຊີນລາ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈິມິນ ຢູ່ ວິຫານບູຊາປະທານໂຮ່ຈິມິນ. ຕອນເຊົ້າວັນທີ 21 ຕຸລາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ, ພົບປະກັບປະຊາຊົນຢູ່ເຂດປູກ ກາເຟ, ຕັດແຖບຜ້າເປີດຕົວຕ່ອງໂສ້ການຜະລິດຂອງໂຮງງານປຸງແຕ່ງກາເຟ ເຊີນລາ.

ຕອບກັບ

ຂ່າວ/ບົດ​ອື່ນ