ໄຂງານບຸນດອກສ້ຽວປ່າປີ2016

ໄຂງານບຸນດອກສ້ຽວປ່າປີ2016 - ảnh 1
ໄຂງານບຸນດອກສ້ຽວປ່າປີ2016
(ພາບ: TTXVN)

(vovworld) –​ ​ຕອນ​ຄ່ຳ​ວັນ​ທີ 13/03, ຢູ່​ສະ​ໜາມ​ຫຼວງ 7/5, ແຂວງ​ດ້ຽນ​ບຽນ ໄດ້​ໄຂ​ງານ​ບຸນດອກ​ສ້ຽວ​ປ່າ 2016 ແລະ ປະ​ກາດ​ແຜນ​ສັງ​ລວມ​ພັດ​ທະ​ນາ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ດ້ຽນ​ບຽນ​ຟຸ - ຟ໋າ​​ຄວາງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ, ແຜນ​ສັງ​ລ​ວມ​ພັດ​ທະ​ນາ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ດ້ຽນ​ບຽນ​ຟຸ​ - ຟ໋າ​ຄວາງ ຮອດ​ປີ 2020 ແລະ ວິ​ໄສ​ທັດ​ຮອດ​ປີ 2030 ແມ່ນ​ການ​ກຳ​ນົດ​ທິດ​ສຳ​ຄັນ​ເພືຶ່ອ​ໃຫ້​ແຂວງ​ດ້ຽນ​ບຽນ ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ, ນຳ​ດ້ຽນ​ບຽນ ໃຫ້​ກາຍ​ເປັນ​ສະ​ຖານ​ທີ່​ຈຸດ​ສຸມ​ແຫ່ງ​ຊາດ​ເທື່ອ​ລະ​ກ້າວ.

      “ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ແຂວງ​ດ້ຽນ​ບຽນ ຕ້ອງ​ຕັ້ງ​ໜ້າ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ການ​ວາງ​ແຜນ​ການ​ຢ່າງ​ລະ​ອຽດ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ​ຢ່າງ​ແໜ້ນ​ແຟ້ນ, ລະ​ດົມ​ບັນ​ດາ​ແຫຼ່ງກຳ​ລັງ​ສັງ​ຄົມ ເພື່ອ​ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ, ຮັບ​ປະ​ກັນ​ບັນ​ດາ​ມາດ​ຖານ​ຂອງ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ໂດຍ​ໄວ. ສຸມ​ໃສ່​ພັດ​ທະ​ນາ​ການ​ຂຸດ​ຄົ້​ນ​​ຄຸນ​ຄ່​າ​ປະ​ຫວັດ​ສາດ​ຂອງ​ເຂດ​ທ່ອງ​ທ່ຽວ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​​ແຫ່ງ​ຊາດພິ​ເສດ​​ແມ່ນສະ​ໜາມ​ຮົບ ດ້ຽນ​ບຽນ​ຟຸ ເພື່ອ​ສ້າງ​ຄວາມ​ແຕກ​ຕ່າງ, ເປັນ​ເອ​ກະ​ລັກ​ສະ​ເພາະ, ປະ​ກອບ​ສ່ວນ​ສ້າງ​ເຄື່ອງ​ໝາຍ​ເຂດ​ທ່ອງ​ທ່ຽວ ຕິດ​ພັນ​ກັບ​ການ​ສຶກ​ສາ​​ອົບ​ຮົມມູນ​ເຊື້ອ​ຮັກ​ຊາດ, ນ​ັກ​​ຮົບ​ວິ​ລະ​ຊົ​ນປະ​ຕິ​ວັດ, ຄວາມ​ເອກ​ອ​້າງ​ຖະ​ນົງ​​ໃຈຕໍ່​​ປະ​ເທດຊ​າດ​ຂອງຊາວ​ຫວຽດ​ນາມ ​ລຸ່ນ​ຕ່າງໆ​”.

      ງານ​ບຸນດອກ​ສ້ຽວ​ປ່າຖືກດຳ​ເນີນ​ແຕ່​ວັນ​ທີ 13 – 15/03.

ຂ່າວ/ບົດ​ອື່ນ